ການພົວພັນຕ່າງປະເທດຫລາຍຝ່າຍ:ສືບຕໍ່ໄດ້ຮັບຜົນສຳເລັດໃນນະໂຍບາຍການຕ່າງປະເທດຫວຽດນາມ

 ການພົວພັນຕ່າງປະເທດຫລາຍຝ່າຍ:ສືບຕໍ່ໄດ້ຮັບຜົນສຳເລັດໃນນະໂຍບາຍການຕ່າງປະເທດຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ
ພາບ:internet

(vovworld)- ​​​​ ​ ປີ 2013 ​ແມ່ນ​ປີ​ທີ 3 ທີ່ຫວຽດນາມ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ເນ​ັ້ນຫນັກ​ເຖິງ​ບົດບາດ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຫລາຍ​ຝ່າຍ. ຫນຶ່ງ​ໃນ​ບັນດາ​ສິ່ງ​ທີ່​ພິສູດ​ໃຫ້​ເຫັນ​ຄວາມ​ຕັ້ງຫນ້າ​ເປັນ​ເຈົ້າ​ການ ນັ້ນ​ແມ່ນ ຫວຽດນາມ​ຫາ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​​ເປັນ​ສະມາຊິກສະພາ​ສິດທິ​ມະນຸດ ສປຊ ອາຍ​ຸການ 2014-2016 ດ້ວຍ​ບັດ​ສະຫນັບສະຫນູນ​​ສູງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈູງ​ແທ່ງ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ​ປະຈຳ ສປຊ ​ເນັ້ນ​ຫນັກ​ວ່າ: ຄຽງ​ຄູ່​ກັບ​ການ​ພົວພັນ​ສອງ​ຝ່າຍ, ການ​ພົວພັນ​ຕ່າງປະ​ເທດຫລາຍ​ຝ່າຍ ​ນັບ​ມື້​ນັບ​ສວມ​ບົດບາດ​ສຳຄັນ​ກວ່າ ​ໃນ​ສະພາບ​ທີ່​ຫວຽດນາມ​ນັບ​ມື້​ນັບ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ສປຊ ແລະ ​ເວທີ​ປາ​ໄສ​ການ​ພົວພັນ​ຕ່າງປະ​ເທດ​ຫລາຍ​ຝ່າຍຄັ້ງ​ຕ່າງໆ ຢ່າງ​ໝັ້ນຄົງ​ເທື່ອ​ລະ​ກ້າວ. ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ຕ່າງປະ​ເທ​ດຫລາຍ​ຝ່າຍ​ໄດ້​ສ້າງ​ບັນດາ​ກາລະ​ໂອກາດ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ຊ່ວຍ​​ແກ້​ໄຂ​ບັນດາ​ບັນຫາ​, ປະກອບສ່ວນ​ເຂົ້າ​ໃນພາລະກິດ​ປ່ຽນ​ແປງ​ໃຫມ່, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ປັບປຸງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ. ປີ 2013 ​ແມ່ນ​ປີ​ທຳ​ອິດ​ຫວຽດນາມ ປະຕິບັດ​ການ​​ກວດກາ​ນະ​ໂຍບາຍ​ການ​ຄ້າ​ຢູ່ WTO ພາຍຫລັງ 6 ປີ​ແຫ່ງ​ການ​ເຂົ້າ​ເປັນ​ສະມາຊິກ. ໝາກຜົນອັນ​ດີງາມ​ຂອງ​ການ​ກວດກາ​ການ​ຄ້າ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ ຢ່າງ​ຈະ​ແຈ້ງ ການ​ຕີ​ລາຄາ​ ​ຂອງ​ປະຊາ​ຄົມ​ໂລກ​ສຳລັບ​ຜົນງານ ​ແລະ ຄວາມ​ເຂັ້ມ​ງວດ​ຂອງ​ຫວຽດນາມ​ໃນ​ການສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ໃຫ້​ສົມບູນ​ແບບ​ກໍ​ຄື​ໃນ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ລະບົບ​ການ​ຄ້າ​ທົ່ວ​ໂລກ​. ຄຽງ​ຄູ່​ຂົງ​ເຂດ​ການ​ຄ້າ​ສາກົນ, ສິດທິ​ມະນຸດ​ກໍແມ່ນ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ສຳຄັນ​ທີ່ສຸດ​ຢູ່ ​Geneva.

 

ຕອບກັບ

ຂ່າວ/ບົດ​ອື່ນ