ການພົວພັນປ້ອງກັນຊາດ ຫວຽດນາມ - ລາວ ແມ່ນພິເສດຂອງພິເສດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສປປ ລາວ, ໃນວັນທີ 16 ມັງກອນ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ.
ການພົວພັນປ້ອງກັນຊາດ ຫວຽດນາມ - ລາວ ແມ່ນພິເສດຂອງພິເສດ - ảnh 1 (ການພົວພັນປ້ອງກັນຊາດ ຫວຽດນາມ - ລາວ ແມ່ນພິເສດຂອງພິເສດ)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຖືວ່າການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດແມ່ນສາຍພົວພັນແບບພິເສດຂອງນ້ຳໃຈມິດຕະພາບ, ຄວາມສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ໃຫ້ຮູ້ວ່າຈະຊີ້ນຳກະຊວງປ້ອງກັນປະເທດປະຕິບັດບັນດາເນື້ອໃນຮ່ວມມືຢ່າງຂ້ຽວຂາດ, ມີປະສິດທິຜົນ. ສອງຝ່າຍຈະພ້ອມກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ພັດທະນາ, ພ້ອມທັງສົມທົບ, ຮ່ວມມືກັນໃຫ້ດີເພື່ອປັບປຸງຊີວິດການເປັນຢູ່ປະຊາຊົນເຂດຊາຍແດນໃຫ້ດີຂື້ນ.

        ສ່ວນທ່ານ ລັດຖະມົນຕີ ໂງຊວນລິກ ຢືນຢັນວ່າ: ພັກ, ລັດ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ລາວ. ທ່ານ ລັດຖະມົນຕີ ໂງຊວນລິກ ເຊື່ອໝັ້ນວ່າ ສອງລັດ, ສອງກົມການເມືອງຈະເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ນຳການຮ່ວມມືດ້ານການປ້ອງກັນຊາດສືບຕໍ່ແມ່ນເສົາຄ້ຳໃນການພົວພັນສອງປະເທດ.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 15 ມັງກອນ, ພິທີຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມຢ່າງເປັນທາງການໄດ້ດຳເນີນຢູ່ກະຊວງປ້ອງກັນປະເທດ ລາວ ຢ່າງສົມກຽດ. ໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເປັນເຈົ້າພາບພິທີ. ພາຍຫຼັງພິທີຕ້ອນຮັບ, ສອງກະຊວງໄດ້ດຳເນີນການພົບປະເຈລະຈາ.

        ທີ່ການພົບປະເຈລະຈາ, ສອງຝ່າຍຢືນຢັນວ່າ: ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ຍາມໃດກໍ່ກຳນົດວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນທີ່ສຸດໃນການພົວພັນສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານພັກວຽກງານການເມືອງ; ເອົາໃຈໃສ່ເປັນພິເສດເຖິງການສົມທົບກັນໃນວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ສອງກອງທັບ. ນອກຈາກນັ້ນ, ສອງຝ່າຍຄວນຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງບັນດາກຳລັງຮັກສາຊາຍແດນ, ໃນນັ້ນເອົາໃຈໃສ່ເປັນພິເສດ ແລະ ເປິດກວ້າງການພົວພັນແລກປ່ຽນຂັ້ນແຂວງ.

        ພາຍຫຼັງການພົບປະເຈລະຈາ, ທ່ານ ລັດຖະມົນຕີ ໂງຊວນລິກ ແລະ ລັດຖະມົນຕີ ຈັນສະໝອນ ຈັນຍາລາດ ໄດ້ລົງນາມໃນແຜນການຮ່ວມມືລະຫວ່າງກະຊວງປ້ອງກັນ 2 ປະເທດໃນປີ 2018.

        ໃນຕອນບ່າຍວັນດຽວກັນ, ທ່ານ ລັດຖະມົນຕີ ໂງຊວນລິກ ແລະ ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອານຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ