ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ ມີ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ

(VOVWORLD) - ການພົວພັນ ຍີ່ປຸ່ນ - ຫວຽດນາມ ໃນປັດຈຸບັນ ພວມພັດທະນາຢູ່ລະດັບດີງາມທີ່ສຸດໃນປະຫວັດສາດ. ທ່ານເອກອັກຄະລັດຖະທູູດ ເຊື່ອໝັ້ນວ່າ ປີ 2024, ການພົວພັນຮ່ວມມືລະຫວ່າງສອງປະເທດນີ້ ຈະມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ນຳມາເຊິ່ງເນື້ອໃນຮ່ວມມືທີ່ສົມກັບລະດັບຂອງ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ”.
ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ ມີ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 23 ກຸມພາ, ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນປະສູດຂອງສົມເດັດພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito (23/2/1960 - 23/2/2024). ທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາ, ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ສົ່ງສານອວຍພອນ.

        ທີ່ພິທີ, ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຝາກຄຳອວຍພອນໄປຍັງທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ພ້ອມດ້ວຍພັນລະຍາ, ຜ່ານທ່ານເອກອັກຄະລັດຖະທູດ, ສົ່ງບັນດາຄຳອວຍພອນອັນດີງາມ ແລະ ສຸດຈິດສຸດໃຈທີ່ສຸດ ເຖິງກະສັດ, ພະລາຊີນີ ແລະ ພະບໍລົມວົງສານຸວົງ, ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໄດ້ ແລະ ກຳລັງກ້າວເຂົ້າສູ່ໜ້າສັງກາດໃໝ່ຂອງການພົວພັນສອງປະເທດ, ດ້ວຍກຳລັງບົ່ມຊ້ອນພັດທະນາທີ່ບໍ່ມີຈຳກັດ.

        ສ່ວນທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຖືວ່າ ການພົວພັນ ຍີ່ປຸ່ນ - ຫວຽດນາມ ໃນປັດຈຸບັນ ພວມພັດທະນາຢູ່ລະດັບດີງາມທີ່ສຸດໃນປະຫວັດສາດ. ທ່ານເອກອັກຄະລັດຖະທູູດ ເຊື່ອໝັ້ນວ່າ ປີ 2024, ການພົວພັນຮ່ວມມືລະຫວ່າງສອງປະເທດນີ້ ຈະມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ນຳມາເຊິ່ງເນື້ອໃນຮ່ວມມືທີ່ສົມກັບລະດັບຂອງ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ”.

ຕອບກັບ

ຂ່າວ/ບົດ​ອື່ນ