ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວ​ມ​ມື ຫວຽດ​ນາມ - Timor Leste ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ໝັ້ນ​ແກ່ນ

(VOVWORLD) - ຕອນຄ່ຳວັນທີ 1 ສິງຫາ, ຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານ Jose Ramos-Horta ປະທານາທາທິບໍດີ ສາທາລະນະລັດ ປະຊາທິປະໄຕ Timor Leste ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວ​ມ​ມື ຫວຽດ​ນາມ - Timor Leste ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ໝັ້ນ​ແກ່ນ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານ Jose Ramos-Horta ປະທານາທາທິບໍດີ ສາທາລະນະລັດ ປະຊາທິປະໄຕ Timor Leste (ພາບ: VOV)

ທ່ານປະທານປະເທດ ໂຕເລິມໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈທີ່ເປັນໜຶ່ງໃນບັນດາປະເທດທຳອິດໃນພາກພື້ນທີ່ຮັບຮູ້ພື້ນຖານເອະລາດ ແລະ ສ້າງຕັ້ງການພົວພັນທາງການທູດ ກັບ Timor Leste. ຜ່ານກ່ວາສອງທົດສະວັດໃນການຮ່ວມເດີນທາງ, ການພົວພັນມິດຕະພາບຮ່ວມມື ຫວຽດນາມ - Timor Leste ນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຈິດໃຈທາງການເມືອງທີ່ເຂັ້ມແຂງ ແລະ ຄວາມຕັດສິນໃຈສູງຂອງການນຳ ແລະ ປະຊາຊົນສອງປະເທດ, ການພົວພັນ ຫວຽດນາມ - Timor Leste ຈະພັດທະນາຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງ, ຢ່າງແຮງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.

ສ່ວນທ່ານປະທານາທິບໍດີ Jose Ramos-Horta ກໍ່ສະແດງຄວາມນັບຖືຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ທ່ານປະທານາທິບໍດີ Jose Ramos-Horta ຢັ້ງຢືນວ່າ ຫວຽດນາມ ແມ່ນແບບຢ່າງທີ່ດີເຊິ່ງ Timor Leste, ກໍ່ຄືຫຼາຍພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ຕ່າງກໍ່ປາດຖະໜາຢາກຮ່ຳຮຽນຕາມ. ທ່ານປະທານາທິບໍດີ Jose Ramos-Horta ໄດ້ຂອບອົກຂອບໃຈ ຫວຽດນາມ ໄດ້ໜູນຊ່ວຍ Timor Leste ຢ່າງຕໍ່ເນື່ອງໃນວິວັດການເຂົ້າຮ່ວມ ອາຊຽນ, ທ່ານເນັ້ນໜັກວ່າ ການແບ່ງປັນຂອງ ຫວຽດນາມ ສວມບົດບາດສຳຄັນທີ່ສຸດໃນວຽກງານກະກຽມ, ຊ່ວຍ Timor Leste ບືນຕົວຂຶ້ນ ກາຍເປັນສະມາຊິກຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ