ການພົວພັນລັດເຊຍ-ອາເມລິກາປ່ຽນແປງຍ້ອນຈຸດປະສົງຈັດວາງຄວາມເຫັນຢ່າງອັດຕະວິໄສຂອງຝ່າຍດຽວ

ການພົວພັນລັດເຊຍ-ອາເມລິກາປ່ຽນແປງຍ້ອນຈຸດປະສົງຈັດວາງຄວາມເຫັນຢ່າງອັດຕະວິໄສຂອງຝ່າຍດຽວ - ảnh 1
ທ່ານ​ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ວາ​ລາ​ດີ​ເມຍ ​ປູ​ຕິນ
(ພາບ: TTXVN)


(vovworld)- ກ່າວ​ຄວາມ​ເຫັນ ​ທີ່​​ການປະ​ຊຸມ​​ຂ່າວ ກ່ຽວ​ກັບຜົນ​ຂອງກອງ​ປະ​ຊຸມ​​ສຸດຍອດ ​ຄັ້ງ​ທີ 8 ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃໝ່ ​ທີ່​ຫາກໍ່​ພົ້ນ​​ເດັ່ນ​ຂື້ນແຖວ​ໜ້າ (BRICS), ຕອນ​ບ່າຍ ​ວັນ​ທີ 16/10, ຢູ່​ລັດ Goa (ອິນ​ເດຍ) ທ່ານ​ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ວາ​ລາ​ດີ​ເມຍ ​ປູ​ຕິນ ຢຶນ​ຢັນ​ວ່າ: “ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ ມີ​ການ​ປ່ຽນ​ແປງ​​ຍ້ອນ​ບັນ​ດາ​ອຸບາຍ ຈັດ​ວາງ​ຄວາມ​ເຫັນ​​ຢ່າງອັດ​ຕະ​ວິ​ໄສ​ ຂອງ​ຝ່າຍດຽວ​ ໃຫ້​ທົ່ວ​ໂລກ”. ທ່ານ​ ປະ​ທາ​ນາ​ທິ​ບໍ​ດີ ​ປູ​ຕິນ ໄດ້​ປະ​ຕິ​ເສດ​ຕົວ​ຢ່າງ​ທີ່ວ່າ ​ບັນ​ຫາ ຊີ​ຣີ ໄດ້​ເຮັດ​ໃຫ້​ການ​ປ່ຽນ​ແປງສະ​ພາບ​ຕົວ​ຈິງ ການ​ພົວ​ພັນ​​ລະ​ຫວ່າງ ​ລັດ​ເຊຍ ​ກັບ​ອາ​ເມ​ລິ​ກາ ຖືກ​ປ່ຽນ​ແປງ. ທ່ານ ຢືນ​ຢັນ​ວ່າ: ຄວາມ​ມາ​ນະ​ພະ​ຍາ​ຍາມ​ ຂອງ​ອາ​ເມ​ລິ​ກາ ​ເອງ​ທີ່​ຢາກ​ຈັດ​ວາງ​ຄວາມ​ເຫັນ​ອັດ​ຕະ​ວິ​ໄສ ​ຂອງ​ຕົນ​ໃຫ້​ທົ່ວ​ໂລກ, ໄດ້​ເຮັດ​ໃຫ້​ການ​ພົວ​ພັນ ​ລັດ​ເຊຍ-ອາ​ເມ​ລິ​ກາ​ ປ່ຽນ​ແປງ. ຜູ້​ນຳ​ລັດ​ເຊຍ ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ ​ລັດ​ເຊຍ-ອາ​ເມ​ລິ​ກາ​ ເລີ່ມ​ຊົ່ວ​ຮ້າຍ​ລົງ ນັບ​ຕັ້ງ​ແຕ່​ອາ​ເມ​ລິ​ກາ ແລະ ອົງ​ການ​​ (NATO) ເປີດ​ບັ້ນ​ຮົບບຸກ​ໂຈມ​ຕີ​ທາງ​ອາ​ກາດ ​ຢູ່ຢູ​ໂກ​ສະ​ລາ​ວີ (ເດືອນ 3 ປີ 1999). ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດຄັ້ງ​ທຳ​ອິດ​ ຂອງ NATO ໃສ່​ປະ​ເທດ​ເອີ​ລົບ​ທີ່​ມີ​​ອະ​ທິ​ປະ​ໄຕ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຜູ້​ນຳ​ລັດ​ເຊຍ ຫວັງ​ວ່າ: ການ​ພົວ​ພັນ​ຂອງ Moscow ກັບ Washington ອາດ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ ພາຍ​ຫຼ​ັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ໃນ​ວັນ​ທີ 8/11 ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ