ການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ກ້າວເຂົ້າສູ່ສັງກາດໃໝ່

(VOVWORLD) - ວັນທີ 18 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຢູ່ວັງ Kremlin ເນື່ອງໃນໂອກາດທ່ານໄປຢ້ຽມຢາມ ລັດເຊຍ ໃນລະຫວ່າງວັນທີ 16 – 18 ກັນຍາ. 

ການນຳ ລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈີນ ວ່າຈະສ້າງການບຸກທະລຸໃຫ້ແກ່ການພັດທະນາຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ.

ການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ກ້າວເຂົ້າສູ່ສັງກາດໃໝ່ - ảnh 1ພາບປະກອບ /  TTXVN

        ກ່າວຄຳເຫັນທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງໃຫຍ່ຫລວງໃນຊຸມປີມໍ່ໆມານີ້ຂອງທັງທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ແລະ ທ່ານປະທານປະເທດ ຈີນ ສິຈິ້ນຜີງ ໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງ ລັດເຊຍ ແລະ ຈີນ. ພ້ອມທັງໃຫ້ຮູ້ວ່າ: ຝ່າຍ ລັດເຊຍ ກໍ່ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອແນໃສ່ພັດທະນາການພົວພັນລະຫວ່າງ ລັດເຊຍ - ຈີນ ໃນທຸກຊ່ອງທາງ.

        ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ໃສ່ໃຈວ່າ ໃນສະພາບການຂາດສະຖຽນລະພາບກ່ຽວກັບດ້ານການເມືອງ, ເສດຖະກິດສາກົນ, ຈີນ ແລະ ລັດເຊຍ ເພີ່ມທະວີການຮ່ວມມື ບໍ່ພຽງແຕ່ຊຸກຍູ້ການພັດທະນາຂອງ 2 ປະເທດເທົ່ານັ້ນ ຫາກຍັງນັບທັງການພັດທະນາຂອງພາກພື້ນ ແລະ ໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ