ການພົວພັນລະຫວ່າງ ຫວຽດນາມ - ອີຢູ ສືບຕໍ່ພັດທະນາຢ່າງຕັ້ງໜ້າ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ສະເໜີໃຫ້ ອີຢູ ແລະ ບັນດາປະເທດສະມາຊິກ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງຕະຫຼາດ ອີຢູ
ການພົວພັນລະຫວ່າງ ຫວຽດນາມ - ອີຢູ ສືບຕໍ່ພັດທະນາຢ່າງຕັ້ງໜ້າ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຕ້ອນຮັບທ່ານຮອງປະທານບໍລິຫານຄະນະກຳມະການເອີລົບ Frans Timmermans
(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 – 19 ກຸມພາ, ຕອນເຊົ້າວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານບໍລິຫານຄະນະກຳມະການເອີລົບ (EC) Frans Timmermans ໄດ້ດຳເນີນການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ. 2 ຝ່າຍໄດ້ຢືນຢັນການພົວພັນລະຫວ່າງ ຫວຽດນາມ - ອີຢູ ສືບຕໍ່ພັດທະນາຢ່າງຕັ້ງໜ້າ. ໃນສະພາບ ຫວຽດນາມ ແລະ ບັນດາປະເທດ ອີຢູ ພວມຄ່ອຍໆເປີດປະຕູ, ຟື້ຶ້ນຟູບັນດາການເຄື່ອນໄຫວທາງດ້ານເສດຖະກິດ- ສັງຄົມ ແລະ ການແລກປ່ຽນການຄ້າສາກົນ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ສະເໜີໃຫ້ ອີຢູ ແລະ ບັນດາປະເທດສະມາຊິກ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງຕະຫຼາດ ອີຢູ; ສະເໜີໃຫ້ຄະນະກຳມະການ ເອີລົບ ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVFTA) ເພື່ອສ້າງກຳລັງໜູນຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງ 2 ຝ່າຍ. ສ່ວນທ່ານປະທານ Frans Timmermans, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດດິນຟ້າອາກາດ ເພື່ອຜັນຂະຫຍາຍໝາກຜົນກອງປະຊຸມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP 26). ອີຢູ ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ຜ່ານບັນດາແຫຼ່ງເງິນລົງທຶນພາກເອກະຊົນ, ແຫຼ່ງກຳລັງຂອງ ອີຢູ ກໍ່ຄືຈາກບັນດາແຫຼ່ງການເງິນສາກົນ. 2 ຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ