ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພາຍຫຼັງ 20 ປີແຫ່ງວັນ ຍົກເລີກຄຳສັ່ງຂວ້ຳບາດດ້ານການຄ້າ

ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພາຍຫຼັງ 20 ປີແຫ່ງວັນ ຍົກເລີກຄຳສັ່ງຂວ້ຳບາດດ້ານການຄ້າ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ ​ເຈືອງ​ເຕີນ​ຊາງ
ແລະ ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)


(vovworld) - ວັນ​ທີ 03/02, ​​ແມ່ນຄົບຮອບ​ 20 ປີ​ແຫ່ງ​ວັນ​ອາ​ເມ​ລິ​ກາ​ ຍົກ​ເລີກ​ການ​ຂວ້ຳ​ບາດ​ດ້ານ​ການ​ຄ້າ ຕ້ານ​ຫວຽດນາມ. ນີ້​ແມ່ນ​ຂີດ​ໝາຍ​ສຳຄັນຍິ່ງ ​ແລະ ​​ແມ່ນ​ໜຶ່ງ​ໃນ​ບັດ​ດາ​ປັດ​ໃຈ​ກ້າວ​ໄປ​ເຖິງ​ເລື່ອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ ​ເຈືອງ​ເຕີນ​ຊາງ ປະກາດສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ໃນ​ເດືອນ 07/2013.

        ວັນ​ທີ 03/02/1994, ທ່ານ​ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ Bill Clinton ປະກາດ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດຕ້ານ​ຫວຽດນາມ, ກ້າວ​ໄປ​ເຖິງ​ຫັນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນ​ປົກກະຕິ. ຫວນ​ຄື​ນ​ໄລຍະ 20 ປີຜ່ານ​ມາ, ວົງ​ເງິນ​ການ​ຄ້າ 2 ສົ້ນ​ຈາກ​ລະດັບກວ່າ 200 ລ້ານ USD ​ໃນ​ປີ 1994 ​ໄດ້​ເພີ່ມ​ຂຶ້ນ​ກວ່າ 30 ຕື້ USD ​ໃນ​ປີ 2013 ​ແລະ ອາ​ເມ​ລິ​ກາ​ແມ່ນ​ນັກ​ລົງທຶນ​ຢືນ​ອັນ​ດັບ​ທີ 7 ​ໃນ​ຈຳນວນ​ບັນດາ​ນັກ​ລົງທຶນ​ໃຫຍ່​ທີ່​ລົງທຶນ​ເຂົ້າ​ຫວຽດນາມ.

        ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ຫວຽດນາມ ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ ຈາກ​ການ​ເມືອງ - ການ​ຕ່າງປະ​ເທດ ຕະຫຼອດ​ຮອດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ - ບຳລຸງ​ສ້າງ... ອີກ​ດ້ວຍ. ຕອບ​ຕຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ກ່ຽວ​ກັບ​ແງ່​ຫວັງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອາ​ເມ​ລິກສາ ​ໃນ​ປີ 2014. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື່ອງ ​ໃຫ້​ຂໍ້​ສັງ​ເກ​ດວ່າ.

        “ຂ້າພະ​ເຈົ້າ​ຄິ​ດວ່າ, ປີ 2014 ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ຈະ​ມີ​ກາລະ​ໂອກາດ​ພັດທະນາ​ອັນ​ໃຫຍ່​ຫຼວງ. ສິ່ງ​ສຳຄັນ​ແມ່ນ​ທັງ 2 ຝ່າຍລ້ວນ​ແຕ່​ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ ​ເຮັດ​ແນວ​ໃດ​ເພື່ອ​ເພີ່ມ​ທະວີ​ຈຸດ​ທີ່​ຄ້າຍຄື​ກັນ ​ແລະ ຫຼຸດຜ່ອນ​ຈຸດ​ທີ່​ແຕກ​ຕ່າງ​ກັນ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ກ້າວ​ຂຶ້ນ, ມຸ່ງ​ໄປ​ເຖິງ​ອະນາຄົດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຢູ່​ພາກພື້ນ​ ​ແລະ ຢູ່​ໃນ​ໂລກ”.

ຂ່າວ/ບົດ​ອື່ນ