ການພົວພັນລະຫວ່າງ ອາເມລິກາ-ປາກິດສຖານ ກັບຄືນສູ່ສະພາບເຄັ່ງຕຶງ ຄືນໃໝ່

ການພົວພັນລະຫວ່າງ ອາເມລິກາ-ປາກິດສຖານ ກັບຄືນສູ່ສະພາບເຄັ່ງຕຶງ ຄືນໃໝ່ - ảnh 1
(ພາບປະກອບ)

(vovworld) - ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ປາ​ກິດສຖານ ກັບ​ຄືນ​ສູ່​ສະພາບ​ເຄັ່ງ​ຕຶງ​ຄືນ​ໃໝ່ຍ້ອນ​ເຫດ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ ​ສັງຫານຜູ້ນຳ ຕາ​ລີ​ບານ ຄົນ​ໜຶ່ງ ​ໃນ​ບໍລິ​ເວນ​ຂອງ​ປາ​ກິດສຖານ ​ເມື່ອ​ວັນ​ທີ 01 ພະຈິກ 2013. ​ໃນ​ລະຫວ່າງ​ວັນ​ທີ 02 - 03 ພິຈິກ, ລັດຖະບານ​ປາ​ກິ​ດສຖານ ​ໄດ້​ຍົກ​ອອກ​ບັນດາ​ຖະ​ແຫຼ​ງຂ່າວລຽນ​ຕິດ​ທີ່​​​ແຂງ​​ແຮງທີ່​ຢືນຢັນ ອິດສລາ​ມາ​ບາດ ບໍ່ພຽງ​ແຕ່ຈະ​ພິຈາລະນາ​ຄືນ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ ​​ໂດຍ​ທັນທີ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ອັດ​ປະຕູ​ດ່ານ​ຊາຍ​ແດນ​ອີກ​ຄັ້ງ​ໜຶ່ງ ບໍ່​ອະນຸ​ຍາດ​ໃຫ້​ທະຫານ​ອາ​ເມ​ລິ​ກາ ​ແລະ NATO ຂົນ​ສົ່ງ​ພະລາທິການ​ໃຫ້​ອາບ​ກາ​ນິດ​ສຖານ ອີກ​ດ້ວຍ. ລັດຖະບານ ປາ​ກິດສຖານ ຖື​ເຫດ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ລິ​ກາ ຍິງ​ຜູ້ນຳ ຕາ​ລີ​ບານ ຢູ່​ປາ​ກິດສຖານ ບໍ່​ພຽງ​ແຕ່​ແມ່ນ​ການລະ​ເມີດ​ອະທິປະ​ໄຕອັນຄົບ​ຖ້ວນຂອງ​ປະ​ເທດ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໄພ​ເຮັດ​ໃຫ້​ຄວາມ​ມານະ​ພະຍາຍາມ​ຂອງການເຈລະຈາສັນຕິພາບລະຫວ່າງ​ລັດຖະບານ​ປາ​ກິດສຖານ ກັບ​ກຳລັງ​ຕາ​ລີ​ບານ ​ໃນ​ບໍລິ​ເວນກ້າວ​ເດີນບໍ່​ຖືກ​ທິດ​ອີກ​ດ້ວຍ. ກະຊວງ​ການ​ຕ່າງປະ​ເທດ​ປາກິດສຖານ ​ໄດ້​ຮຽກ​ຕົວ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳປະ​ເທດ​ນີ້ ​ເພື່ອ​ສະ​ແດງ​ຄວາມຄັດ​ຄ້ານຕໍ່​ເຫດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ