ການພົວພັນລະຫວ່າງກອງທັບ ຫວຽດນາມ - ອິນເດຍ ພວມພັດທະນາອັນດີງາມ

(VOVWORLD) - ການພົວພັນລະຫວ່າງກອງທັບ ຫວຽດນາມ - ອິນເດຍ ພວມພັດທະນາອັນດີງາມ, ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃນການຕ້ອນຮັບທ່ານ Sunil Lanba, ປະທານຄະນະກຳມະການເສນາທິການ ທັງເປັນຜູ້ບັນຊາການກອງທັບເຮືອ ອິນເດຍ, ໃນວັນທີ 4 ຕຸລາ.
ການພົວພັນລະຫວ່າງກອງທັບ ຫວຽດນາມ - ອິນເດຍ ພວມພັດທະນາອັນດີງາມ - ảnh 1ທ່ານ Sunil Lanba ແລະ  ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍ ແລະ ຕີລາຄາສູງການຮ່ວມມືຫຼາຍດ້ານ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ, ພິເສດໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນນະໂຍບາຍ “ການເຄື່ອນໄຫວມຸ່ງໄປເຖິງທິດຕາເວັນອອກ” ຂອງລັດຖະບານ ອິນເດຍ. ດ້ວຍຖານະເປັນສະມາຊິກຕັ້ງໜ້າຂອງ ອາຊຽນ ແລະ ເປັນເພື່ອນມິດທີ່ສະໜິດສະໜົມຂອງ ອິນເດຍ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຊຸກຍູ້, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ. ຫວຽດນາມ ສະໜັບສະໜູນ ອິນເດຍ ເພີ່ມທະວີການເຂົ້າຮ່ວມການຮ່ວມມື ອາຊີຕາເວັນອອກ… ສ່ວນທ່ານ Sunil Lanba, ປະທານຄະນະກຳມະການເສນາທິການ ທັງເປັນຜູ້ບັນຊາການກອງທັບເຮືອ ອິນເດຍ ເນັ້ນໜັກວ່າ ອິນເດຍ ຍາມໃດກໍ່ເຄົາລົບນັບຖືນ້ຳໃຈມິດຕະພາບກັບ ຫວຽດນາມ, ຖື ຫວຽດນາມ ແມ່ນເພື່ອນມິດສະໜິດສະໜົມທີ່ສຸດໃນອາຊຽນ. ທ່ານ Sunil Lanba ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງກອງທັບ 2 ປະເທດຍາມໃດກໍ່ໄດ້ຮັບການປັບປຸງ ໃນຊຸມປີຜ່ານມາ ແລະ ອິນເດຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ