ການພົວພັນລະຫວ່າງມາເລເຊຍແລະຫວຽດນາມໄດ້ແລະພວມນັບມື້ນັບພັດທະນາ

ການພົວພັນລະຫວ່າງມາເລເຊຍແລະຫວຽດນາມໄດ້ແລະພວມນັບມື້ນັບພັດທະນາ - ảnh 1
ທ່ານ ຟ້າມບິ່ງມິງ ແລະ ທ່ານ Dato Azimil Bin Mohamed Zabidi ​
(ພາບ: PhamKien/TTXVN)

(vovworld) – ​​​    ຕອນຄ່ຳ​ວັນ​ທີ 8/9 ຢູ່​ຮ່າ​ໂນ້ຍ, ສະຖານທູດ ​ມາ​ເລ​ເຊຍ ປະຈຳ ຫວຽດນາມ ຈັດ​ຕັ້ງ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນຊາດ ມາ​ເລ​ເຊຍ (31/8/1957 – 31/8/2015) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງໜ້າ​ອົງການ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ Dato Azimil Bin Mohamed Zabidi ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ມາ​ເລ​ເຊຍ ປະຈຳ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ລະຫວ່າງ ມາ​ເລ​ເຊຍ ​ແລະ ຫວຽດນາມ ​ໄດ້ ​ແລະ ພວມ​ນັບ​ມື້​ນັບ​ໝັ້ໜຄົງເຂັ້ມ​ແຂງ​ໃນ​ຕະຫລອດ 42 ປີຜ່ານ​ມາ, ນັບ​ແຕ່​ເມື່ອ 2 ປະ​ເທດສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ເດືອນ 3/1973, ພິ​ເສດ​ແມ່ນ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ ມາ​ເລ​ເຊຍ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ: ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ປະຈຸ​ບັນ​ບັນລຸ​ເກືອບ 10 ຕື້ USD. ມາ​ເລ​ເຊຍ ​ແມ່ນ ໜຶ່ງ​ໃນຈຳນວນ 10 ປະ​ເທດ​ລົງທຶນ​​ແຖວ​ໜ້າ​ເຂົ້າ ຫວຽດນາມ ດ້ວຍ 495 ​ໂຄງການ. ນັກ​ທ່ອງ​ທ່ຽວ ມາ​ເລ​ເຊຍ ກ່ວາ 330.000 ​ເທື່ອຄົນ ​ໄດ້​ມາ​ທ່ອງ​ທ່ຽວ ຫວຽດນາມ ​ແລະ ນັກ​ທ່ອງ​ທ່ຽວ ຫວຽດນາມ ກ່ວາ 250.000 ​ເທື່ອຄົນ ​ໄດ້​​ໄປຢ້ຽມຢາມ ມາ​ເລ​ເຊຍ ​ແລະ ຄາດ​ວ່າ: ​ໃນ​ປີ 2015 ຈະ​ມີນັກ​ທ່ອງ​ທ່ຽວປະມານ 280.000 ​ເທື່ອ​ຄົນ​ໄປ​ຢ້ຽມຢາມ ມາ​ເລ​ເຊຍ​.

ຂ່າວ/ບົດ​ອື່ນ