ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ-ອິນເດຍພັດທະນາຢ່າງມີປະສິດທິຜົນແລະແທດຈິງ

ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ-ອິນເດຍພັດທະນາຢ່າງມີປະສິດທິຜົນແລະແທດຈິງ - ảnh 1
ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມີ​ການ​ເຮັດ​ວຽກ​​ຢູ່ນອກກອງ​ປະ​ຊຸມIPU 132

(​vovworld) – ຕອ​ນ​ບ່າຍ​ວັນ​ທີ 14/10, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ສູງ ອິນ​ເດຍ Pallath Joseph Kurien ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອິນ​ເດຍ ຢູ່ນອກກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລ​ກ (IPU) ຄັ້ງ​ທີ 131, ​ທີ່ພວ​ມ​ດຳ​ເນີນ​ໄປ​ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢືນ​ຢັນ​ວ່າ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ສະ​ພາ​ແຫ່ງ​ຊາດ ອິນ​ເດຍ ສືບ​ຕໍ່​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເພື່ອ​​ທາບ​ທາມ ຮ່ຳ​ຮຽນ​ເອົາ​ບົດ​ຮຽນໃນ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ, ຕິດ​ຕາມກວດ​ກາ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່​ຽນ​ລະ​ຫວ່າງ​ບັນ​ດາ​ກຸ່​ມສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ມິ​ດ​ຕະ​ພາບ, ເພື​່ອ​ແນ​ໃສ່​ສ້າງ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ ແລະ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. 2 ປະ​ເທດ​ສືບ​ຕໍ່​ສົມ​ທົບ​ກັນ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວ​ດ​ກາ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ, ສົນ​ທິ​ສັນ​ຍາ​ລະ​ຫວ່າງ 2 ປະ​ເທດ​ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ປາດ​ຖະ​ໜາ​ວ່າ: ອິນ​ເດຍ ສືບ​ຕໍ່​ສະ​ແດງຫຼັກ​ໝັ້ນສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ໃນ​​ເລື່ອງສືບ​ຕໍ່​ຮັກ​ສາ ແລະ ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ສ​ຳຫຼວດ, ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກດ​ກັບ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ.



ຂ່າວ/ບົດ​ອື່ນ