ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ນັບມື້ນັບໄດ້ຮັບການຮັດແໜ້ນ ຜ່ານບັນດາການເຄື່ອນໄຫວກິລາບານເຕະ

(VOVWORLD) -ທ່ານເລແຄ໊ງຫ໋າຍ ປະທານສະຫະພັນກິລາບານເຕະຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Chung Mong Gyu ປະທານສະຫະພັນກິລາບານເຕະ ສ.ເກົາຫຼີ.

ຕອນບ່າຍວັນທີ 02 ເມສາ ຢູ່ຮ່າໂນ້ຍ, ທ່ານເລແຄ໊ງຫ໋າຍ ປະທານສະຫະພັນກິລາບານເຕະຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Chung Mong Gyu ປະທານສະຫະພັນກິລາບານເຕະ ສ.ເກົາຫຼີ.

ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ນັບມື້ນັບໄດ້ຮັບການຮັດແໜ້ນ ຜ່ານບັນດາການເຄື່ອນໄຫວກິລາບານເຕະ - ảnh 1ທ່ານເລແຄ໊ງຫ໋າຍ ປະທານສະຫະພັນກິລາບານເຕະຫວຽດນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານ Chung Mong Gyu ປະທານສະຫະພັນກິລາບານເຕະ ສ.ເກົາຫຼີ ແລະ ຄູຝຶກ  Park Hang Seo (ພາບ:baovanhoa.vn)

        ທີ່ການເຮັດວຽກ, ທ່ານ ເລແຄ໊ງຫ໋າຍ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງ ຄູຝຶກ ສ.ເກົາຫຼີ Park Hang Seo ນັບແຕ່ເມື່ອມາຮັບຕໍາແໜ່່ງເປັນຫົວໜ້າຄູຝຶກຂອງທິມບານເຕະແຫ່ງຊາດຫວຽດນາມ ແລະ ທິມ U23 ຫວຽດນາມ. ດ້ວຍຄວາມເກັ່ງກ້າສາມາດ, ຄວາມສຸດອົກສຸດໃຈ ແລະ ຍຸດທະສາດຂອງຄູຝຶກ ສ.ເກົາຫຼີຄົນນີ້ ໄດ້ຊ່ວຍໃຫ້ກິລາບານເຕະຫວຽດນາມ ບັນລຸໄດ້ຜົນງານຢ່າງລຽນຕິດທີ່ມີລັກສະນະປະຫວັດສາດ, ອັນໄດ້ຊ່ວຍໃຫ້ການພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນ ສ.ເກົາຫຼີ ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ.

        ສ່ວນທ່ານ Chung Mong Gyu ຢັ້ງຢືນວ່າ ບົນພື້ນຖານການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນຂົງເຂດກິລາບານເຕະທີ່ມີມາກວ່າ 20 ປີນັ້ນ, ສະຫະພັນກິລາບານເຕະ ສ.ເກົາຫຼີ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສະຫະພັນກິລາບານເຕະ ຫວຽດນາມ ແລະ ສະຫະພັນກິລາບານເຕະ ສ.ເກົາຫຼີ ຈະສືບຕໍ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໜູນຊ່ວຍ ແລະ ສະໜັບສະໜູນເຊິ່ງກັນແລະກັນ ເພື່ອການພັດທະນາລວມຂອງກິລາບານເຕະຫວຽດນາມ ແລະ ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ