ການພົວພັນລະຫວ່າງຫວຽດນາມ- ອົດສະຕາລີພັດທະນາຢ່າງແຂງແຮງ.

    ການພົວພັນລະຫວ່າງຫວຽດນາມ- ອົດສະຕາລີພັດທະນາຢ່າງແຂງແຮງ.  - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈິ​ວິ້ງ ຮອງ​ລັດຖະມົນຕີ
ກະຊວງປ້ອງ​ກັນປະ​​ເທດຫວຽດນາມ
(ພາບ: chungta.com)

Vovworld- ວັນ​ທີ 21 ກຸມພາ, ​ເນື່ອງ​ໃນ​ໂອກາດ​ໄປ Canbera​ ແຫ່ງ​ອົດ​ສະ​ຕາ​ລີ​ເພື່ອ ​ເປັນ​ປະທານ​ຮ່ວມ​ການ​ສົນທະນາ​​ຄັ້ງ​ທີ 1 ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງປ້ອງ​ກັນປະ​​ເທດຫວຽດນາມ ກັບກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງປ້ອງ​ກັນ​​ປະເທດອົດ​ສະ​ຕາ​ລີ, ທ່ານ​ພົນ​ໂທ ຫງວຽນ​ຈິ​ວິ້ງ ຮອງ​ລັດຖະມົນຕີ ກະຊວງປ້ອງ​ກັນປະ​​ເທດ ຫວຽດນາມ ​ແລະ ທ່ານ ຝ້າ​ມກວາງ​ວິ​ງ ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ ລັດຖະມົນຕີ ກະຊວງປ້ອງ​ກັນປະ​​ເທດ​ອົດ​ສະຕາລີ ທ່ານ Stephen Samith. ທີ່​ການ​ພົບ​ປະ, ທ່ານ ລັດຖະມົນຕີ ກະຊວງປ້ອງ​ກັນປະ​​ເທດ​ອົດ​ສະຕາລີ ທ່ານ Stephen Samith​ ໄດ້​ຕີ​ລາຄາ​ສູງ​ການ​ສົນທະນາ​ຍຸດ​ທະ​ສາດ​ທີ່​ຖືກ​ດຳ​ເນີນ​ດ້ວຍ​ຮູ​ບ​ແບບ​ໃໝ່​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ 2 ກະຊວງການ​ຕ່າງປະ​ເທດ ​ແລະ ກະຊວງປ້ອງ​ກັນປະ​​ເທດ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ກົນ​ໄກ​ນີ້ ຈະປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ໃຫ້​ແກ່​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ໄວ​້​ເນື້ອ​ເຊື່ອ​​ໃຈກັນ, ​ແນ​ໃສ່​ຊຸກຍູ້​ການ​ພົວພັນຮ່ວມມື​ລະຫວ່າ​ງ 2 ປະ​ເທດ. ລັດຖະມົນຕີກະຊວງປ້ອງ​ກັນ​​ປະເທດ​ອົດ​ສະຕາລີ ທ່ານ Stephen Samith ​ເນັ້ນ​ໜັ້ກວ່າ : 2 ຝ່າ​ຍຄວນ​ສືບ​ຕໍ່​​ເພີ່ມ​ທະວີ​ຍູ້​ແຮງ​ການ​ຮ່ວມ​ມື​​ບຳລຸງ​ສ້າງ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ຄົ້ນ​ຄ້ວາຍຸ​ດທະ​ສາດ, ​ແບ່ງປັນ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ມະນຸດສະທຳ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ລູກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ພາຍຫຼັງສົງ​ຄາມ ກໍ​ຄື​ການ​ແບ່ງປັນ​ບົດຮຽນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ ສປຊ ​ແລະ ອື່ນໆ. ລັດຖະມົນຕີກະຊວງປ້ອງ​ກັນ​​ເທດ​ອົດ​ສະຕາລີ ທ່ານ Stephen Samithຍັງ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ​ແກ້​ໄຂ​ບັນດາ​ບັນຫາ​ບໍ່​ລົງ​ລອຍ​ກັນ, ການ​ພິພາດ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ. ກ່ອນ​ໜ້າ​ນັ້ນ, ທ່ານ​ພົນ​ໂທ ຫງວຽນ​ຈິ​ວິ້ງ ຮອງ​ລັດຖະມົນຕີ ກະຊວງປ້ອງ​ກັນ​​ເທດຫວຽດນາມ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານຮອງ​ເລຂາທິການ​ໃຫຍ່ກະຊວງປ້ອງ​ກັນ​​ປະເທດອົດ​ສະ​ຕາລີ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ສະພາບ​ການ​ຮ່ວມ​ມື 2 ຝ່າຍ​​ໃນ​ໄລຍະ​ນັບ​ຕັ້ງ​ແຕ່ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ປີ 2010ມາ​ຮອດ​ປະຈຸ​ບັນ, ພ້ອມ​ກັນ​ນັ້ນ ກໍ​ວາງ​ອອກ​ບັນດາ​ມາດ​ຕະການ​ຮ່ວມ​ມື​ລະອຽດ, ​ແທດ​ຈິງ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ.  

ຂ່າວ/ບົດ​ອື່ນ