ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ແມ່ນແບບຢ່າງໃນປະຫວັດສາດສາກົນ ກ່ຽວກັບການຮຳບາດແຜ ແລະ ສ້າງການພົວພັນຫຼັງສົງຄາມ

(VOVWORLD) - ກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ, ທ່ານປະທານປະເທດ ເນັ້ນໜັກວ່າ: ເມື່ອສອງປະເທດໄດ້ຫັນການພົວພັນເປັນປົກກະຕິໃນປີ 1995, ພິເສດແມ່ນພາຍຫຼັງສ້າງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013, ການພົວພັນສອງປະເທດໄດ້ພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ…
ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ແມ່ນແບບຢ່າງໃນປະຫວັດສາດສາກົນ ກ່ຽວກັບການຮຳບາດແຜ ແລະ ສ້າງການພົວພັນຫຼັງສົງຄາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໂອ້ລົມສົນທະນາກັບສະພາພົວພັນຕ່າງປະເທດ ອາເມລິກາ (CFR)
(ພາບ:Thống Nhất/TTXVN)

ໃນແຜນການເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ, ຕອນເຊົ້າວັນທີ 15 ພະຈິກ (ຕາມເວລາທ້ອງຖິ່ນ) ເຊິ່ງແມ່ນຮຸ່ງເຊົ້າວັນທີ 16 ພະຈິກ (ຕາມເວລາ ຫວຽດນາມ), ຢູ່ນະຄອນ San Francisco, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໂອ້ລົມສົນທະນາກັບສະພາພົວພັນຕ່າງປະເທດ ອາເມລິກາ (CFR). ນີ້ແມ່ນອົງການໃຫ້ຄຳປຶກສາ, ຄົ້ນຄ້ວາເອກະລາດກ່ຽວກັບນະໂຍບາພົວພັນຕ່າງປະເທດ ແລະ ການພົວພັນສາກົນຂອງ ອາເມລິກາ ໂດຍມີການເຂົ້າຮ່ວມຂອງນັກການເມືອງ, ນັກຄົ້ນຄ້ວາຫຼາຍທ່ານ ກ່ຽວກັບບັນດາບັນຫາສາກົນ ແລະ ການທາບທາມຄວາມເຫັນດ້ານນະໂຍບາຍພົວພັນຕ່າງປະເທດ.

        ທ່ານປະທານປະເທດ ຫວໍວັນເຖືອງ ແບ່ງປັນກ່ຽວກັບຜົນງານໃນການພັດທະນາຂອງ ຫວຽດນາມ ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່; ເນັ້ນໜັກວ່າ ຫວຽດນາມ ຮັບຮູ້ ແລະ ສະເໝີຕົ້ນສະເໝີປາຍ ໃນການປະຕິບັດແນວທາງການພົວພັນຕ່າງປະເທດ: ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກ້ວາງຂວາງ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ:

        “ໃນສະພາບການສາກົນປະຈຸບັນ, ຫວຽດນາມ ແບ່ງປັນທັດສະນະລວມກ່ຽວກັບເລື່ອງບັນດາປະເທດປະຕິບັດນະໂຍບາຍສັນຕິພາບ, ມິດຕະພາບ ແລະ ການຮ່ວມມື, ຖືເປັນສຳຄັນຄວາມສະເໝີພາບ, ຜົນປະໂຫຍດອັນຊອບທຳຂອງກັນ ແລະ ເຄົາລົບກົດໝາຍສາກົນ. ຫວຽດນາມ ສະໜັບສະໜັນການປັບປຸງ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ເພີ່ມທະວີການສົມທົບກັບສາກົນເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນ, ຢຸດຕິການປະທະກັນ, ເພື່ອແກ້ໄຂບັນດາບັນຫາກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຮັບມືກັບສິ່ງທ້າທາຍແບບໃໝ່”.

        ກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ, ທ່ານປະທານປະເທດ ເນັ້ນໜັກວ່າ: ເມື່ອສອງປະເທດໄດ້ຫັນການພົວພັນເປັນປົກກະຕິໃນປີ 1995, ພິເສດແມ່ນພາຍຫຼັງສ້າງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013, ການພົວພັນສອງປະເທດໄດ້ພັດທະນາຢ່າງແຮງ, ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ… ໃນເດືອນກັນຍາຜ່ານມາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ຫວຽດນາມ - ອາເມລິກາ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານປະທານປະເທດ ຫວໍວັນເຖືອງ, ຊີ້ແຈ້ງວ່າ:

        “ອາດຢັ້ງຢືນໄດ້ວ່າ: ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ບໍ່ມີເວລາໃດທີ່ພັດທະນາດີງາມຄືໃນປະຈຸບັນ, ຈາກການພົວພັນທີ່ເປັນປໍລະປັກ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນແບບຢ່າງໃນປະຫວັດການຂອງການພົວພັນສາກົນກ່ຽວກັບການຮຳບາດແຜແລະ ສ້າງການພົວພັນພາຍຫຼັງສົງຄາມ. ໝາກຜົນນີ້ແມ່ນຍ້ອນຄວາມມານະພະຍາຍາມພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ, ໄລຍະຕ່າງໆໃນຂອງປະຫວັດສາດຂອງການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດ. ການນຳ ອາເມລິກາ ໄດ້ຢັ້ງຢືນການສະໜັບສະໜູນປະເທດ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”. ພວກຂ້າພະເຈົ້າກຳນົດວ່າ ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ