ການພົວພັນລະຫວ່າງຫວຽດນາມ ແລະ ການາດາ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ

(VOVWORLD) -ໃນລະຫວ່າງວັນທີ 8 – 10 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເປີດກວ້າງ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ຢູ່ແຂວງ Quebec, ປະເທດການາດາ.

ການພົວພັນລະຫວ່າງຫວຽດນາມ ແລະ ການາດາ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ - ảnh 1 ທ່ານ David Devine ອະດີດເອກອັກຄະລັດຖະທູດການາດາປະຈຳຫວຽດນາມຕອບສຳພາດນັກຂ່າວສຳນັກຂ່າວສານຫວຽດນາມປະຈຳການາດາ

(ພາບ:  Quang Thinh/TTXVN)

ຕາມທ່ານ David Devine ອະດີດເອກອັກຄະລັດຖະທູດການາດາປະຈຳຫວຽດນາມ ແລ້ວ, ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ການພົວພັນລະຫວ່າງສອງປະເທດພວມມີບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ ແລະ ເປີດອອກແງ່ຫວັງໃໝ່ຫຼາຍຢ່າງ, ພ້ອມທັງສະແດງໃຫ້ເຫັນເຖິງການຕີລາຄາສູງຂອງບັນດາປະເທດສະມາຊິກ G7 ສຳລັບຫວຽດນາມໃນການຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາທົ່ວໂລກ.

        ຕາມທ່ານອະດີດເອກອັກຄະລັດຖະທູດ, ການຮ່ວມມືດ້ານການສຶກສາ ແມ່ນໜຶ່ງໃນບັນດາຂົງເຂດພົ້ນເດັ່ນໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ - ການາດາ. ປັດຈຸບັນ, ບາງມະຫາວິທະຍາໄລຂອງການາດາ ຢາກດຶງດູດເອົານັກສຶກສາຈາກຫວຽດນາມຕື່ມອີກ, ພ້ອມທັງພວມຄິດໄລ່ຊັ່ງຊານຳບາງຫຼັກສູດການສອນຂອງຫວຽດນາມ.

        ທ່ານອະດີດເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ການາດາ ພວມພະຍາຍາມເປີດກວ້າງດ້ານການຄ້າກັບຫວຽດນາມ ຕາມແຕ່ລະກຸ່ມ, ຂະແໜງສິນຄ້າ ແລະເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍ, ສອງປະເທດຈະມີກາລະໂອກາດ ຂຸດຄົ້ນຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ຊຸກຍູ້ການພັດທະນາຮອບດ້ານກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ