ການພົວພັນລະຫວ່າງຫວຽດນາມ - ໂອຕຣິດ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ

ການພົວພັນລະຫວ່າງຫວຽດນາມ - ໂອຕຣິດ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang
( ພາບ: truongtansang.com )


( vovworld ) -   ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ແລະ ພັນ​ລະ​ຍາ, ທ່ານ​ Heinz Fischer ປະທານາທິບໍດີ ສ.​ໂອ​ຕຣິດ ​ແລະ ພັນ​ລະ​ຍາ​ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນລະຫວ່າງ​ວັນ​ທີ 29 – 31/5. ນີ້​ແມ່ນ​ເຫດການ​ທີ່​ສຳຄັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນຫວຽດນາມ ​ແລະ ສ.​ໂອ​ຕຣິດ ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ ( 01/12/1972 – 01/12/2012 ). ການ​ຢ້ຽມຢາມ​ຫວຽດນາມ​ ​ຢ່າງ​​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍ​ດີ Heinz Fischer ​ແມ່ນເພື່ອ​ແນ​ໃສ່​ຍູ້​ແຮງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ສ.​ໂອ​ຕຣິດ ກວ່າ​ອີກ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ເຊິ່ງກັນ ​ແລະ ກັນ, ສ້າງຄວາມ​ໄວ້​ເນື້ອ​​ເຊື່​ອ​ໃຈ, ​ໃນ​ດ້ານ​ການ​ເມືອງ, ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ຮັບບຸລິມະສິດ​ຄື ການ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການ​ຄ້າ - ການ​ລົງທຶນ​ເລິກ​ເຊິ່ງກວ່າ​ອີກ. ນອກຈາກ​ນັ້ນ​ແລ້ວ, ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີສ.​ໂອ​ຕຮິດ ຄັ້ງ​ນີ້, ຄາດ​ວ່າມີ​ສັນຍາ​ການ​ຄ້າບາງ​ສະບັບຈະ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ