ການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນພວມໃນຈຸດເວລາດີທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

ການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນພວມໃນຈຸດເວລາດີທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ເຂົ້າ​ຢ້ຽມ​ສະຖານ​ທູດ​ຫວຽດນາມ​ປະຈຳ ຍີ່​ປຸ່ນ
ພາບ:chinhphu.vn


(vovworld)-  ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ເມື່ອ​ເຂົ້າ​ຢ້ຽມ​ສະຖານ​ທູດ​ຫວຽດນາມ​ປະຈຳ ຍີ່​ປຸ່ນ ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12 ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຍີ່​ປຸ່ນຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ- ຍີ່​ປຸ່ນ, ກອງ​ປະຊຸມ​ສຸດ​ຍອດ ​ແມ່​ຂອງ-​ຍີ່​ປຸ່ນ ຄັ້ງ​ທີ 5. ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລ້ວ, ຫວຽດນາມ ​ແລະ ຍີ່​ປຸ່ນ ນັບ​ມື້​ນັບ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ດ້ານ​ການ​ເມືອງ. ຍາມ​ໃດ​ຍີ່​ປຸ່ນ ກໍ​ສະຫນັບສະຫນູນ​ຫວຽດນາມ ​​ໃນ​ແນວທາງ​ພັດທະນາ ​ແລະ ບັນດາ​ທັດສະນະ​ກ່ຽວ​ກັບ​ອະທິປະ​ໄຕ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ. ​ໃນ​ຂົງ​ເຂດ​ເສດຖະກິດ, ຍີ່​ປຸ່ນ ​ແມ່ນ​ປະ​ເທດ​ສະຫງວນ ODA ​ໃຫ້​ແກ່​ຫວຽດນາມ​ຫລາຍ​ສຸດ​ໃນ​ຕະຫລອດ 20 ປີຜ່ານມາ, ​ແລະ ​ແມ່ນ​ປະ​ເທດ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໃຫຍ່​ສຸດ​ຢູ່​ຫວຽດນາມ​ປະຈຸ​ບັນ ດ້ວຍ​ຍອດ​ຈຳນວນ​​ເງິນ​ລົງທຶນ​ປະມານ 35 ຕື້ USD. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະຫນາ​ວ່າ: ບັນດາ​ພະນັກງານ​ສະຖານທູດ​ຄວນ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ. ພ້ອມ​ກັນນັ້ນ ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ເພີ່ມ​ວົງ​ເງິນ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ເຂົ້າ​ຕະຫລາດ​ຍີ່​ປຸ່ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ພົບ​ປະ, ຊອກ​ຮູ້​ກາລະ​ໂອກາດ​ການ​ຮ່ວມ​ມື, ລົງທຶນ​ເຂົ້າ​ຕະຫລາດ​ຂອງ​ກັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ນອກຈາກ​ການ​ພົວພັນ​ດ້ານ​ການ​ທູດ​ການ​ເມືອງ​ແລ້ວ, ສອງ​ຝ່າຍ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ. ສິ່ງ​ດັ່ງກ່າວ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ​ຫວຽດນາມ ​ແລະ ຍີ່ປຸ່ນ. ປະຈຸ​ບັນ ຍີ່​ປຸ່ນ ພວມ​ປະຕິບັດ​ນະ​ໂຍບາຍ Abenomics ກໍ​ຄື ຫວຽດນາມ ພວມ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ສະ​ນັ້ນ ຕ້ອງ​ຊອກ​ວິທີ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ, ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.”

        ຕອນ​ເຊົ້າ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ Hatoyama Yukio, ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ Hatoyama ​​ເຂົ້າ​ໃນ​ການ​ເພີ່ມ​ທະວີ, ປັບປຸງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່​ປຸ່ນ.

 

 

 

 

ຂ່າວ/ບົດ​ອື່ນ