ການພົວພັນລະຫວ່າງຫວຽດນາມ-ອາເມລິກາພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ

(VOVWORLD) -2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ.
ການພົວພັນລະຫວ່າງຫວຽດນາມ-ອາເມລິກາພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: mofa.gov.vn)

ວັນທີ 28 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Bliken. ທີ່ການໂອ້ລົມ, ທ່ານລັດຖະມົນຕີ Antony Bliken ໄດ້ຕີລາຄາສູງບັນດາຜົນສຳເລັດຂອງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍບັນດາປະເທດ ແລະ ຫວຽດນາມ ສຳພັດກັບວັກຊິນຜ່ານໂຄງການ COVAX ແລະ ບັນດາປະເທດຄູ່ຮ່ວມມື. ທ່ານລັດຖະມົນຕີການຕ່າງປະເທດຢືນຢັນວ່າ, ອາເມລິກາ ຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ, ການພົວພັນຄູ່ຮ່ວມມືແມ່ຂອງ-ອາເມລິກາ; ທ່ານປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາກົນໄກພາກພື້ນ ແລະ ສາກົນ, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ ແລະ ໃນໂລກ.

        2 ຝ່າຍໄດ້ເຫັນດີຕີລາຄາການພົວພັນລະຫວ່າງຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືເພື່ອປະກອບສ່ວນເປີດກວ້າງ ແລະ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ດ້ວຍຈຸດສຸມແມ່ນການຮ່ວມມືທາງດ້ານເສດຖະກິດ-ການຄ້າ-ການລົງທຶນ, ຍົກສູງກຳລັງຄວາມສາມາດໃນການເດີນເຮືອ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ…

ຕອບກັບ

ຂ່າວ/ບົດ​ອື່ນ