ການພົວພັນລະຫວ່າງຫວຽດນາມແລະອາເມລິການັບມື້ນັບພັດທະນາໃນທຸກຂົງເຂດ

 ການພົວພັນລະຫວ່າງຫວຽດນາມແລະອາເມລິການັບມື້ນັບພັດທະນາໃນທຸກຂົງເຂດ - ảnh 1
ທ່ານຮອງ​ນາຍົກ​ລັດຖະ​ມົນ​ຕີ ຟ້າມ​ບີງ​ມີງ
ກ່າວ​ປາ​ໄສ​ ທີ່​ສູນCSIS

(vovworld)- ​ ​“ພວກ​ເຮົາ​ບໍ່​ສາ​ມາດ​ປ່ຽນ​ແປງ​ປະ​ຫວັດ​ສາດ ແຕ່​ສາ​ມາດ​ປ່ຽນ​ແປງ​ອະ​ນາ​ຄົດ​ດ້ວຍ​ການ​ຮ່ວມ​ມື​ນຳ​ກັນ”, ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​  ຟ້າມ​ບີງ​ມີງ ໃນ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ທີ່​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ (CSIS) ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry. ​ຕາມ ທ່ານຮອງ​ນາຍົກ​ລັດຖະ​ມົນ​ຕີ ຟ້າມ​ບີງ​ມີງ ແລ້ວ, ພາ​ຍ​ຫລັງ 20 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ​, ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນກວ່າ 130 ເທົ່າ, ບັນ​ລຸ 30 ຕື້ USD ໃນ​ປີ 2013. ສອງ​ປະ​ເທດ​ກໍ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ໃນ​ຫລາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ແຮງ​ງານ ແລະ ສິດ​ທິ​ມະ​ນຸດ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​ຄື: ຜົນ​ຮ້​າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ, ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ.

        ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລະ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ, ທ່ານຮອງ​ນາຍົກ​ລັດຖະ​ມົນ​ຕີ ຟ້າມ​ບີງ​ມີງ ຊີ້​ແຈ້ງວ່າ: ນະ​ໂຍ​ບາຍການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແມ່ນ​ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ, ໝາຍ​ຄວາມ​ວ່າ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ທຸກ​ປະ​ເທດ. ຫວຽດ​ນາມ ສ້າງ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ໃຫຍ່​ທັງ​ໝົດ, ສຳ​ລັບ​ຈີນ ແມ່ນ​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສຳ​ລັບ​ອາ​ເມ​ລິ​ກາ ແມ່ນ​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ