ການພົວພັນລະຫວ່າງອາເມລິກາ-ຈີນຕ້ອງ“ຊື່ຕົງແລະກົງໄປກົງມາ”

ການພົວພັນລະຫວ່າງອາເມລິກາ-ຈີນຕ້ອງ“ຊື່ຕົງແລະກົງໄປກົງມາ” - ảnh 1
ທ່ານ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden
(ພາບປະກອບ: Reuters)


​(vovworld) - ວັນ​ທີ 23/06, ອາ​ເມ​ລິ​ກາ ​ແລະ ຈີນ ​ເລີ່​ມຈັດການ​ເຈລະຈາ​ຍຸ​ດທະ​ສາດ ​ແລະ ​ເສດຖະກິດຄັ້ງ​ທີ 7 ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ, ດ້ວຍ​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​​ຊຸກ​ຍູ້​ການ​ຮ່ວມ​ມື ​ໃນ​ຂະນະ​ທີ່​ຍອມ​ຮັບ​ວ່າ 2 ປະ​ເທດ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ຫຼາຍ​ບັນຫາ. ​ເປັນ​ປະທານ​ຮ່ວມ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ 2 ວັນນີ້​ມີ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ John Kerry ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ Jacob Lew ພ້ອມ​ກັບ​ທ່ານ​ກຳ​ມະການ​ລັດຖະບານ​ຈີນ ຢາງ​ເຈຍ​ສື ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ວາງຢາ​ງ. ກ່າ​ວຄຳ​ເຫັນ​ໄຂ​ການ​ເຈລະຈາ, ທ່ານ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden ​ເນັ້ນ​ໜັກ​ວ່າ, 2 ປ​ະ​ເທດຕ້ອງ​ຊື່​ຕົງ ​ແລະ ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ການ​ພົວພັນ​​ໃນ​ອະນາຄົດ. ທ່ານ Biden ​ໄດ້ກ່າວ​ເຕືອນວ່າ ທຸກໆ​ປະ​ເທດ​ລ້ວນ​ແຕ່​ຕ້ອງມີຄວາມ​ຮັບຜິດຊອບ​ໃນ​ການເຄົາລົບ​ກົດໝາຍ​ສາກົນ, ການຮ່ວມ​ມື​ເພື່ອປົກ​ປັກຮັກສາ​ທາງ​ທະ​ເລ​ສາກົນສາຍ​ຕ່າງໆ ຍາມ​​ໃດ​ກໍ​​ເປີດ​ປະຕູ​ຮັບ​ໃຊ້​ໃຫ້​ແກ່ການ​ແລກປ່ຽນ​ການ​ຄ້າ, ​​ນີ້ແມ່ນ​ຂົງ​ເຂດ​ທີ່ທ່ານ​ຖື​ວ່າ “ມີ​ຄວາມສຳຄັນ​ກວ່າ​ບໍ່​ວ່າ​ໄລ​ຍະ​​ປະຫວັດສາດ​ໃດ​ຂອງ​ມວນ​ມະນຸດ ຍ້ອນ​ການ​ເຊື່ອມ​​ໂຍງ​ໃນ​ທົ່ວ​ໂລກ”. ທ່ານ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ຊີ້​ແຈ້​ງວ່າ, ບັນດາປະ​ເທດ​ທີ່​ປະລະ​ການ​​ທູດ​ເພື່ອ​ນຳ​ໃຊ້ກຳລັງ​ອາວຸດ​ ຫຼື ຂົມ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດເພື່ອ​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງກັນ ພຽງ​ແຕ່​ກໍ່​ໃຫ້​ເກີດຄວາມ​ຂາດ​ສະຖຽນ​ລະ​ພາບ​ເທົ່າ​ນັ້ນ. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ວາງຢາງ ຍອມ​ຮັບ​ວ່າ, 2 ພື້ນຖານ​ເສດຖະກິດ​​ແຖວ​ໜ້າ​ຂອງ​ໂລກ​ບໍ່​​ເປັນ​ເອກະ​ພາບນຳ​ກັນ​ໄດ້​ໃນ​ທຸກ​ບັນຫາ ​ແລະ ຖື​ວ່າ ຍາມ​ໃດການ​ເຈລະຈາ​ກໍ່​ແມ່ນ​ມາດ​ຕະການ​​ໄດ້​ຮັບບຸລິ​ມະ​ສິດ​​ເໜືອກວ່າ​ການ​ປະ​ເຊີນ​ໜ້າ.

ຂ່າວ/ບົດ​ອື່ນ