ການພົວພັນສະວິດ-ຫວຽດນາມນັບມື້ນັບດີງາມກ່ວາ

ການພົວພັນສະວິດ-ຫວຽດນາມນັບມື້ນັບດີງາມກ່ວາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ Johann Schneider – Ammann
(ພາບ: EPA/TTXVN)

(vovworld) – ວັນ​ທີ 28/10, ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ Johann Schneider – Ammann ໄດ້​ຢັ້ງ​ຢືນ​ວ່າ: ການ​ພົວ​ພັນ ຫວຽດ​ນາມ - ສະ​ວິດ ​ໃນ​ແຕ່​ລະ​ປີ​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ​ເນັ້ນ​ໜັກ​ວ່າຄວາມ​ເອົາ​ໃຈ​ໃສ່​ຂອງ ສະ​ວິດ​ ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແມ່ນ​ຂົງ​ເຂດ​ການ​ຄ້າ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Johann Schneider – Ammann ໃຫ້​ຮູ້​ວ່າ: ສະ​ວິດ ກໍ່​ຄື​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ກຸ່ມ EFTA (ກຸ່ມ​ການ​ຄ້າ​ເສ​ລີ ເອີ​ລົບ ເຊິ່ງ​ລວມ​ມີ 4 ປະ​ເທດ: ສະ​ວິດ, ນອກ​ແວ, ເລກ​ເຕ​ນ​ສ​ເຕ​ນ, ອາຍ​ແລັນ) ໄດ້​ກຽມ​ພ້ອມເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ຫວຽດ​ນາມ. ໃນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກັບ ຫວຽດ​ນາມ, ຝ່າຍ ສະ​ວິດ​ຈະ​ສ​ຸ​ມ​ໃສ່​ເຂົ້າ​ໃນ​ການ​ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ການ​ຄຸ້ມ​ຄອງດ້ານ​ການ​ເງິນ​ສາ​ທາ​ລະ​ນະ, ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ລະ​ບົບ​ການ​ເມືອງ, ຄວາມ​ສາ​ມາດ​ສຳ​ພັດ​ກັບ​ແຫຼ່ງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້​ອຍ, ຍົກ​​ສູງ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ການ​ຜະ​ລິດ​ຂຽວ ແລະ ​ການພັດ​ທະ​ນາ​​ການ​ຄ້າແບບ​ຍືນ​ຍົງ, ​ການວາງ​ແຜນ​ຜັງ​ຕົວ​ເມືອງ ແລະ ການບໍ​ລິ​ການ​ສາ​ທາ​ລະ​ນະ.


ຂ່າວ/ບົດ​ອື່ນ