ການພົວພັນສາມັກຄີ,ມິດຕະພາບຫວຽດນາມ-ລາວນັບມື້ນັບໄດ້ຮັບການປັບປຸງ,ພັດທະນາ

(VOVWORLD) - ການພົວພັນສາມັກຄີ, ມິດຕະພາບ ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາທີ່ຍົກອອກມາ

ການພົວພັນສາມັກຄີ,ມິດຕະພາບຫວຽດນາມ-ລາວນັບມື້ນັບໄດ້ຮັບການປັບປຸງ,ພັດທະນາ - ảnh 1 ກອງປະຊຸມສຳມະນາ ໄດ້ຮັບການຈັດຕັ້ງຢູ່ ເຊີນລາ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ທີ່ກອງປະຊຸມສຳມະນາແຫ່ງຊາດ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962-5/9/2017) ແລະ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ລາວ (18/7/1977-18/7/2017), ເຊິ່ງຈັດຕັ້ງຢູ່ແຂວງ ເຊີນລາ, ໃນວັນທີ 10/6.

        ທີ່ກອງປະຊຸມສຳມະນາ, ນັກຮຽນຮູ້, ນັກຄົ້ນຄ້ວາເກືອບ 60 ຄົນ ໄດ້ສຸມໃສ່ເຮັດແຈ້ງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ຕາມບັນດານັກຄົ້ນຄ້ວາ, ໂດຍເລີ່ມມາຈາກສະພາບປະຫວັດສາດ ແລະ ບັນດາເງື່ອນໄຂທຳມະຊາດ, ຫວຽດນາມ ແລະ ລາວ ໄດ້ສ້າງສາຍພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນ ແລະ ໄວ້ເນື້ອເຊື່ອໃຈ. ທ່ານຮອງສາສະດາຈານ, ປະລິຍາເອກ ຫງວຽນວັນລິກ (ສະຖາບັນການທູດ), ຖືວ່າ ສາຍພົວພັນລະຫວ່າງສອງປະເທດບໍ່ພຽງແຕ່ອິງໃສ່ບັນດາສົນທິສັນຍາມິດຕະພາບເທົ່ານັ້ນ ເຊິ່ງຍັງສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂັ້ນສູງ ແລະ ລະຫວ່າງບັນດາຂະແໜງການ, ທ້ອງຖີ່ນນຳກັນ. ຍັງມີຂົງເຂດໜຶ່ງອີກກໍ່ສະແດງໃຫ້ເຫັນຄວາມສາມັກຄີ, ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວຢ່າງຈະແຈ້ງ, ນັ້ນແມ່ນ ການສຶກສາ - ກໍ່ສ້າງ. ສາສະດາຈານ, ປະລິຍາເອກ ໂດແທງບິ່ງ (ພະແນກປະຫວັດສາດ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ), ໃຫ້ຂໍ້ສັງເກດວ່າ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງສອງພັກ, ສອງລັດ ກ່ຽວກັບການຮ່ວມມືດ້ານການສຶກສາ ໄດ້ເປັນຢາງຕິດພັນສອງຊາດນຳກັນ, ທັງເປັນກົກເຄົ້າປະກອບສ່ວນເຮັດໃຫ້ການປະຕິວັດຂອງສອງປະເທດໄດ້ຮັບໄຊຊະນະ. ຄຽງຂ້າງບັນດາຜົນງານຢ່າງຕັ້ງໜ້າ, ບັນດານັກຄົ້ນຄ້ວາຖືວ່າ, ໃນຊຸມປີຕໍ່ໄປ, ສອງປະເທດຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີສາກົນ ແລະ ພາກພື້ນ; ສົມທົບກັນຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳຢຸ່ແມ່ນ້ຳຂອງຢ່າງມີປະສິດທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ