ການພົວພັນສາມັກຄີແບບພິເສດຫວຽດນາມ - ກຸຍບາ ຍາມໃດກໍ່ສັດຊື່, ບໍ່ສາມາດປ່ຽນແປງໄດ້

ການພົວພັນສາມັກຄີແບບພິເສດຫວຽດນາມ - ກຸຍບາ ຍາມໃດກໍ່ສັດຊື່, ບໍ່ສາມາດປ່ຽນແປງໄດ້ - ảnh 1
(ພາບປະກອບ)

​(vovworld) – ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ກຸຍ​ບາ ຍາມ​ໃດ​ກໍ່​ສັດ​ຊື່, ບໍ່​ສາມາດ​ປ່ຽນ​ແປງ​ໄດ້. ນີ​້ແມ່ນ​ຄຳ​ຢັ້ງຢືນ​ຂ​ອງທ່ານ ຫວໍ​ວັນ​ເຖືອງ, ຮອງ​ເລຂາ​ຄະນະ​ພັກ​ຜູ້​ປະຈຳການ​ຄະນະ​ພັກ​ນະຄອນ​​ໂຮ່ຈິ​ມິນ ທີ່​ການ​ຕ້ອນຮັບ​ທ່ານ Jose Ramon Balaguer Cabrera, ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ກຸຍ​ບາ ​ໃນ​ຕອນ​ບ່າຍ​ວັນ​ທີ 01/05, ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​​ເອກະ​ພາບ. ທ່ານ ຫວໍ​ວັນ​ເຖືອງ ກໍ່​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ເວົ້າ​ລວ​ມ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສະ​ໜັບສະ​ໜູນ​​ກຸຍ​ບາ ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ.

        ສ່ວນ​ທ່ານ Jose Ramon Balaguer ກໍ່​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນລະຫວ່າງ​ກຸຍ​ບາ - ຫວຽດນາມ ນັບມື້​ນັບ​ສະໜິດ​ແໜ້ນ, ນອກຈາກ​ບັນດາ​ຂົງ​ເຂດ​ມີການພົວພັນຄື​ການ​ເມືອງ, ການ​ທູດ, 2 ປະ​ເທດ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າອີກ.

ຂ່າວ/ບົດ​ອື່ນ