ການພົວພັນຫວຽດນາມ - ບຣາຊິນ ພວມພັດທະນາຢ່າງຕັ້ງໜ້າ

ການພົວພັນຫວຽດນາມ - ບຣາຊິນ ພວມພັດທະນາຢ່າງຕັ້ງໜ້າ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
(ພາບປະກອບ)


​(vovworld) – ວັນ​ທີ 08/05, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ບຣາຊິນ ປະຈຳ​ຫວຽດນາມ Marco Antonio. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​​ບົດບາດ ​ແລະ ທ່ີຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ບຣາຊິນ ​ໃນ​ເວທີສາກົນ, ພື້ນຖານ​ເສດຖະກິດ​ໃຫຍ່​ຂອງ​ເຂດ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ຍື່ນ​ອັນ​ດັບ​ທີ 7 ​ໃນ​ໂລກ. ທ່ານ​ນາງ​ຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ​ສະ​ແດງ​ຄວາມ​ເຫັນ​ວ່າ, ຜ່ານ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ກັບ​​ອົງການ​ກ່ຽວຂ້ອງ​ຫວຽດນາມ, ບັນດາທ້ອງຖິ່ນ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຫວຽດນາມ, ທ່ານ​ເອກອັກຄະ​ລັດຖະທູດ ບຣາຊິນ ຈະ​ປະກອບ​ສ່ວນ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ໂດຍ​ກົງ​ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື​ຂອງ 2 ປະ​ເທດ, ກໍ່​ຄື​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລ​ະ ກັນ​ລະຫວ່າງ 2 ຝ່າຍ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Marco Antonio ​ເນັ້ນ​ໜັກ​ວ່າ, ບຣາຊິນ ຍາມ​ໃດ​ກໍ​ຖື​ຫວຽດນາມ ​ແມ່ນຄູ່​ຮ່ວມ​ມື​ທີ່​ສຳຄັນ​ຢູ່​ອາຊີ. ສະ​ນັ້ນ, ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ຕົນ, ທ່ານເອກ​ອັກຄະ​ລັດຖະທູດຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍດ້ານ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ