ການພົວພັນຫວຽດນາມ-ກູບາເປັນການພົວພັນແບບຢ່າງໃນໂລກທັນສະໄໝ

(vovworld) – ​ ​​​​​ອະ​ດີດ​ປະ​ທານ​ປະ​ເທດ Fidel Castro, ສັນ​ຍາ​ລັກ​​ແຫ່ງການ​ປະ​ຕິ​ວັດ ກູ​ບາ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ຕອນ​ຄ່ຳ​ວັນ​ທີ 25/11 ຢູ່​ນະ​ຄອນຫຼວງ ລາ​ຮາ​ວານ, ​ມີອາ​ຍຸ​ຍືນ 90 ປີ. ໂດຍ​ເປັນ​ນັກ​ປະ​ຕິ​ວັດ​ຜູ້​ປິ​ຊາ​ສາ​ມາດ, ຍາມ​ໃດ​ກໍ່​ຕໍ່​ສູ້​​ເພື່ອ​ນ້ຳ​ໃຈ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ເພື່ອ​ຊີ​ວິດ​ອິ່ມ​ໜຳ​ສຳ​ລານ, ຜາ​ສຸກ​ຂອງມ​ະ​ນຸດ, ການນ​ຳ Fidel Castro ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຍາກ​ທີ່​ຈະຫຼົງ​ລື່ມ​ໄດ້​ບໍ່​ພຽງ​ແຕ່​ໃນ​ດວງໃຈ​ຂອງ​ປະ​ຊາ​ຊົນ​ ກູ​ບາ ແຕ່​ລະ​ຄົນ​ເທົ່າ​ນັ້ນ ຫາກ​ຍັງ​​ຂອງປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ສຳ​ລັບ ຫວຽດ​ນາມ ແລ້ວ, Fidel Castro ໄດ້​ສະ​ຫງວນ​ນ້ຳ​ໃຈ​ອັນ​ພິ​ເສດ.

ການພົວພັນຫວຽດນາມ-ກູບາເປັນການພົວພັນແບບຢ່າງໃນໂລກທັນສະໄໝ - ảnh 1
ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໃນ​ການ​ຢ້ຽມ​ຢາມ ກູ​ບາ ໄດ້​ໄປ​ຢ້ຽມ​ຢາມ​ປະ​ທານ Fidel Castro

ເພີ່ນ​ຖື​ການ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຄື​ດັ່ງ​ການ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ຂອງ ກູ​ບາ, ສະ​ຫງວນ​ທຸກ​ສິ່ງ​ທຸກ​ຢ່າງ​​ອັນ​ປະ​ເສີດ​ເລີກ​ລ້ຳ​ທີ່​ສຸດ​ຊຶ່ງ ຫວຽດ​ນາມ ຕ້ອງ​ການ, ຍາມ​ໃດ ກູ​ບາ ກໍ່ກຽມ​ພ້ອມ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຄຳ​ເວົ້າ​ອະ​ມະ​ຕະ “ເພື່ອ ຫວຽດ​ນາມ, ກູ​ບາ ຍາມ​ໃດ​ກໍ່​ກຽມ​ພ້ອມ​ແລ້ວ​ອຸ​ທິ​ດ​ທັງ​ເລືອດ​ເນື້ອ​ຂອງ​ຕົນ”. ທ່ານ ຫງວຽນ​ຢູຍ​ເກືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວ​ຽດ​ນາມ - ກູ​ບາ, ໃຫ້​ຮູ້​ວ່າ:

       “ໃນ​ຕະຫຼອດ​ໄລ​ຍະ​ຕໍ່​ສູ້, ຍາມ​ໃດ​ ກູ​ບາ ກໍ່​ເປັນ​ບ່ອນ​ອີງ​ທັງ​​ທາງດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ​້​ແກ່ ຫວຽດ​ນາມ, ຊ່ວຍ​ໃຫ້ ຫວຽດ​ນາມ ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ ແລະ ແມ່ນ​ບ່ອນ​ອີງ​ໃຫ້​ແກ່​ຂະ​ບວນ​ການ​ສາ​ມັກ​ຄີ​ກັບ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ລາ​ຕີງ. ຫວຽດ​ນາມ ແລະ ກູ​ບາ ມ​ີ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງ, ​ປຽບ​ເໝືອນຄື​ບັນ​ດາ​​ຜູ້​ເປັນອ້າຍ​ນ້ອງ​​ຮ່ວມ​ຂຸມ​ຄອງ​ດຽວ​ກັນ ດັ່ງ​ນັ້ນ, ເລື່ອງ ກູ​ບາ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ແມ່ນ​​ສັດ​ຊື່ບໍ​ລິ​ສຸດ​ ແລະ ທ່ຽງ​ທຳ. ຄື​ດັ່ງ Fidel Castro ໄດ້​ເວົ້າ​ວ່າ ການ​ພົວ​ພັນ ຫວຽດ​ນາມ​ - ກູ​ບາ ເປັນ​ການ​ພົວ​ພັນ​ແບບ​ຢ່າງ​ໃນ​ໂລກ​ທັນ​ສະ​ໄໝ.”

        ການ​ພົວ​ພັນ ຫວຽດ​ນາມ - ກູ​ບາ ເຊິ່ງ​ການນ​ຳ 2 ປະ​ເທດ​ເປັນ​ຜູ້ກໍ່​ຕັ້ງ​ໃນ​ນັ້ນ​ພິ​ເສດ​ແມ່​ນ​ບົດ​ບາດ​ຂອງ​ປະ​ທານ  ແລະ ປະ​ທານ ໂຮ່​ຈີ​ມິນ, ໂດຍ​ລຸ້ນ​ຄົນ​ຕ່າງໆ​ຂອງ​ສອງ ປະ​ເທດ​ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາ. ທ່ານ ຫງວຽນ​ຢູຍ​ເກືອງ ຊີ້​ແຈ້ງວ່າ:

        “ການ​ພົວ​ພັນ ຫວຽດ​ນາມ - ກູ​ບາ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​​ຈັດ​ຕັ້ງພັກ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ປະ​ຊາ​ຊົນ 2 ປະ​ເທດ, ສຸມ​ໃສ່​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ​ປະ​ຊາ​ຊົນ ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ ກ່ຽວ​ກັບ​ມູ​ນ​ເຊື້ອ​ຂອງ​ການ​ພົວ​ພັນ 2 ປະ​ເທດ, ​ສືບຕໍ່​ການ​ພົວ​ພັນ. ພັກ, ລັດ ຫວຽດ​ນາມ ເຄ​ີຍ​ເວົ້າ​ວ່າ “ຊ່ວຍ​ເຫຼືອ ກູ​ບາ ​ແມ່ນ​ຄຳ​ສັ່ງຂອງ​ຫົວ​ໃຈ” ແລະ ພວກ​ເຮົາ​ຍາມ​ໃດ​ກໍ່​ມີ​​ແຜນການ​​ຍູ້​ແຮງ​ການ​ພົວ​ພັນ 2 ປະ​ເທດ​ໃນ​ທຸກໆ​ດ້ານ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ​ການ​ພົວ​ພັນ​ນີ້​ຈະ​ພັດ​ທະ​ນາ​ອັນ​ຍາວ​ນານ.”


ຂ່າວ/ບົດ​ອື່ນ