ການພົວພັນຫວຽດນາມ-ຝະລັ່ງມີບັນດາມາດຕະຖານພິເສດ

ການພົວພັນຫວຽດນາມ-ຝະລັ່ງມີບັນດາມາດຕະຖານພິເສດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານາທິບໍດີ ສ.ຝະລັ່ງ Francois Hollande ຈະ​ຢ້ຽມຢາມທາງ​ລັດຖະກິດ​ເຖິງ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 05 – 07/09, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ ຝະລັ່ງ AFP ກ່ຽວ​ກັບ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ ຫວຽດນາມ - ຝະລັ່ງ. ຕີ​ລາຄາ​ການ​ພົວພັນ ຫວຽດນາມ - ຝະລັ່ງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ນີ້​ແມ່ນ​ການ​ພົວພັນ​ທີ່​ມີບັນດາ​ມາດຕະຖານ​ພິ​ເສດ​ລະຫວ່າງ 2 ຊາດ ທີ່​ເຄີຍ​ມີ​ສາຍພົວພັນ​ຢ່າງ​ເລິກ​ເຊິ່ງ​ໃນ​ປະຫວັດສາດ; ພິ​ເສດ​ແມ່ນ​ລະຫວ່າງ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ແຖວ​ໜ້າ​ຢູ່ ​ເອີ​ລົບ ກັບປະ​ເທດ​ພວມ​ພັດທະນາ​ຢ່າງຂະຫຍັນ​ຂັນ​ເຄື່ອນ, ຕັ້ງໜ້າ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຢູ່ ອາ​ຊີ. ​ໂດຍ​ຜ່ານ​​ເດືອນ​ປີ, ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້ນັບ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ໜຶ່ງ​ໃນ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ແມ່ນ​ເລື່ອງ​ປີ 2013 ຫວຽດນາມ ​ແລະ ຝະລັ່ງ ​ໄດ້ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ແລະ ຝະລັ່ງ ບັນລຸ​ໄດ້​ບັນດາ​ຜົນງານ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ນັບ​ແຕ່​ດ້ານ​ການ​ເມືອງ - ການ​ທູດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ຮອດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ວັດ​ທະນະ​ທຳ - ການ​ສຶກສາ… ປະຈຸ​ບັນ ຝະລັ່ງ ​ແມ່ນລູກ​ຄ້າ​ໃຫຍ່​ອັນ​ດັບ​ທີ 5 ຂອງ ຫວຽດນາມ ​ໃນ​ສະຫະພາບ ​ເອີ​ລົບ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາປະ​ເທດ​ອຸປະຖຳ ODA 2 ຝ່າຍ​ແຖວ​ໜ້າ​ໃຫ້ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ ​ແລະ ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ກັບ​ບັນດາ​ປະ​ເທດ, ​ໃນ​ນັ້ນມີ ຝະລັ່ງ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ທ່ານ​ປະທານ​ປະ​ເທດ​ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ທິດ​ທາງການ​ຮ່ວມ​ມື​ ​ໄດ້​ຮັບ​ການ​ເພີ່ມ​ທະວີ ຫຼື ອາດ​ຈະ​ເປີດ​ກ້ວາງ ຄື​ໃນ​ການ​ໜູນ​ຊ່ວຍ​ກັນ​ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ; ​ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​​ເດີນ​ທະ​ເລ, ທາງ​ອາກາດ; ​ໃນ​ການ​ສົມທົບ​ກັນ​ແກ້​ໄຂ​ບັນດາ​ບັນ​ຫາ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ຄວາມ​ປອດ​ໄພປອດ​ມູນ​ເຊື້ອ…​ຜ່ານ​ການ​ສຳພາດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ອີກ​ຄັ້ງໜຶ່ງ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບ​ສະ​ໜູນ ຝະລັ່ງ ມີ​ບົດບາດ​ຕັ້ງໜ້າ ​ແລະ ກໍ່ສ້າງ ​ເພື່ອ​ໃຫ້ 2 ປະ​ເທດ​ສາມາດ​ພ້ອມ​ກັນ​ປະກອບ​ສ່ວນຢ່າງ​ແທດ​ຈິງໃນ​ຄວາມ​ມານະ​ພະຍາຍາມ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ສາກົນ​.

 

 



 

ຂ່າວ/ບົດ​ອື່ນ