ການພົວພັນຫວຽດນາມ-ອິນເດຍດີງາມຍິ່ງກ່ວາເວລາໃດໝົດ

ການພົວພັນຫວຽດນາມ-ອິນເດຍດີງາມຍິ່ງກ່ວາເວລາໃດໝົດ - ảnh 1

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽ​ດນາມ ປະຈຳ ອິນ​ເດຍ ​ໂຕນ​ສິງ​ແທງ ແລະ
ທ່ານ​ນາງເອກ​ອັກຄະ​ລັດຖະທູດ ອິນ​ເດຍ ​ ປະຈຳ ຫວຽ​ດນາມ Preeti Saran
(ພາບ: vietnam+)

(vovworld) - ​ ການ​ພົວພັນ ​ຫວຽດນາມ -​ ອິນ​ເດຍ ດີງາມ​ຍິ່ງ​ກ່ວາ​ເວລາ​​ໃດ​ໝົດ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽ​ດນາມ ປະຈຳ ອິນ​ເດຍ ​ໂຕນ​ສິງ​ແທງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ, ວັນຊາດ ຫວຽດນາມ 2/9, ພ້ອມ​ກັບ​ເຫດການສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ ອິນ​ເດຍ (15/8/1947 – 15/8/2015). ຕາມທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽ​ດນາມ ປະຈຳ ອິນ​ເດຍ ​ໂຕນ​ສິງ​ແທງ, ປະຈຸ​ບັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ ພວມ​ຢູ່​ໃນ​ໄລຍະ​ອັນ​ດີງາມ. ສາຍ​ພົວພັນ​ນີ້​ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງ​ຈາກ​ການ​ນຳ ​ແລະ ປະຊາຊົນ ລຸ້ນຕ່າງໆ​ຂອງ 2 ປະ​ເທດ ​ແລະ ປະ​ຈຸ​ບັນ​ຍິ່ງ​ສະໜິດ​ຕິດ​ພັນ​ກ່ວາ. ​ໃນ​ຂະນະ​ນັ້ນ ທ່ານ​ນາງເອກ​ອັກຄະ​ລັດຖະທູດ ອິນ​ເດຍ ​ ປະຈຳ ຫວຽ​ດນາມ Preeti Saran ຖື​ວ່າ: ຫວຽດນາມ ​ແລະ ອິນ​ເດຍ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຮ່ວມ​ມື​ຫລາຍ​ຢ່າງ​ທີ່​ຍັງ​ບໍ​ທັນຂຸດ​ຄົ້ນ​ເທື່ອ. ທ່ານ​ນາງ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ເມືອງ, ​ເສດຖະກິດ - ການ​ຄ້າຈະ​ສືບ​ຕໍ່​ພັດທະນາ​ແຮງ​ກ່ວາ​ເກົ່າ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ. ທ່ານ​ນາງ​ຍັງ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ປັດ​ໃຈ​ທີ່​ເຂັ້ມ​ແຂງ​ກ່າວ​ໝູ່​ໃນ​ນະ​ໂຍບາຍ “ການ​ກະທຳ​ທາງທິດຕາ​ເວັນ​ອອກ​ຂອງ​ ອິນ​ເດຍ ”

ຂ່າວ/ບົດ​ອື່ນ