ການພົວພັນຫວຽດນາມ-ອິນເດຍພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

ການພົວພັນຫວຽດນາມ-ອິນເດຍພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ - ảnh 1
​ທ່ານ ​ໂຕນ​ຊິງ​ແທ່ງ​ ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ຫວຽດນາມ
(ພາບ: vietnam+)

(vovworld) – ການ​ພົວພັນ​ ຫວຽດນາມ - ​ອິນ​ເດຍ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​​ດີງາມ​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ໂຕນ​ຊິງ​ແທ່ງ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ອິນ​ເດຍ ທີ່​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (07/01/1972 – 07/01/2017) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (2007 - 2017) ລະຫວ່າງ ຫວຽດນາມ  ​ແລະ ອິນ​ເດຍ. ປີ 2017 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ພົວພັນ ຫວຽດນາມ - ອິນ​ເດຍ ​ເມື່ອ 2 ປະ​ເທດສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂຕ​ນຊິງ​ແທ່ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ອິນ​ເດຍ ມີ​ການ​ພົວພັນ​ດ້ານ​ກາ​ນເມືອງດີງາມ​ທີ່​ສຸດ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ, ​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ບັນຫາ 2 ຝ່າຍ ກໍ່​ຄື​ຫລາຍ​ຝ່າຍ. ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ນັ້ນ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັງປຸງ ​ໂດຍ​ຜ່ານ​ເລື່ອງ 2 ຝ່າຍ​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ນ​ສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ເປັນ​ປະຈຳ. ພິ​ເສດ ​ແມ່ນໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​ເມື່ອ​ເ​ດືອນ 09/2016, 2 ຝ່າຍ​ບັນລຸ​​ໄດ້​ຂໍ້​ຕົກລົງ​ສຳຄັນ​ຫລາຍ​ສະບັບ, ​ໃນ​ນັ້ນ ສິ່ງ​ເປັນ​ໜ້າ​ສົນ​​​ໃຈ​ທີ່​ສຸດ​ແມ່ນ​ເລື່ອງ​ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ໃຫ້ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ.

        ​ເມື່ອ​ເວົ້າ​ເຖິງ​ບັນດາ​ແຜນການ, ລາຍການ​ເຄື່ອນ​ໄຫວ ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2017, ທ່ານ ​ໂຕນ​ຊິງ​​ແທ່ງ ​ໃຫ້​ຮູ້​ວ່າ: 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສ​ດ​ແມ່ນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການໂຄສະນາ​ກ່ຽວ​ກັບ​ການ​ພົວພັນ 2 ປະ​ເທດ; ການສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ງານ​ຕະຫລາດນັດ​ການ​ຄ້າ ​ແລະ ການ​ລົງ​ທຶນ, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ຊຸກຍູ້​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ