ການພົວພັນຫວຽດນາມ-ອາເມລິກາຍັງມີຄວາມສາມາດບົ່ມຊ້ອນໃນການພັດທະນາຫຼາຍຢ່າງ

ການພົວພັນຫວຽດນາມ-ອາເມລິກາຍັງມີຄວາມສາມາດບົ່ມຊ້ອນໃນການພັດທະນາຫຼາຍຢ່າງ - ảnh 1
(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຟ້າມກວາງວິງ
​ໂອ້​ລົມ​ສົນ​ທະ​ນາ​ຢູ່​ສູນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ອາ​ເມ​ລິ​ກາ)

(vovworld) - ​ວັນ​ທີ 16/11, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຟ້າມກວາງວິງ ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ສູນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ກ່ຽວ​ກັບ​ອະ​ນາ​ຄົດ​ການ​ພົວ​ພັນ​ຂ​ອງ​ຫວຽດ​ນາມ ກ​ໍ​ຄື​ອາ​ຊີ ກັບ​ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຂົ້າ​ຮ່ວມ​ການ​ໂອ​້​ລົມ​ສົນ​ທະ​ນາ ມີ​ບັນ​ດາ​ນັກ​ຮຽນ​ຮູ້ ແລະ ນ​ັກ​ຂ່າວ​ສັງ​ກັດ​​ສະ​ຖາ​ບັນ​ຄົ້ນ​ຄວ້າ ແລະ ສຳ​ນັກ​ຂ່າວ​ສານ​ໃຫຍ່​ຫຼາຍ​ແຫ່ງ​ໃນ​ໂລກ.

        ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຟ້າມກວາງວິງ ເນັ້ນ​ໜັກ​ວ່າ ອາ​ຊີ ມີ​ຄວາມ​ໝາຍ​ສຳ​ຄັນ​ນັບ​ທັງ​ດ້ານ​ເສດ​ຖະ​ກິດ ແລະ ຍຸດ​ທະ​ສາດ​ກັບ​ອາ​ເມ​ລິ​ກາ. ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ​ - ອາ​ເມ​ລິ​ກາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວິງ ຖື​ວ່າ, 2 ປະ​ເທດ​​ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຫຼາ​ຍ​ຢ່າງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກໍສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ອັບ​ເດັດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ່ຽນ​ໃໝ່ ແລະ ເຊື່ອມ​ໂຍງ​ຂ​ອງ​ຫວຽດ​ນາມ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ພາກ​ເອ​ກະ​ຊົນ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ລວມ​ທັງ​ອາ​ເມ​ລິ​ກາ ແລະ ສະ​ເໜີ​ອາ​ເມ​ລິ​ກາ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່​ອ​ໃຫ້​ສິນ​ຄ້າ​ຂອງ​ຫວຽດ​ນາມ ​ເຂົ້າ​ຕະ​ຫຼາດ​ອາ​ເມ​ລິ​ກາ ຄື​ລົບ​ລ້າງ​ບັນ​ດາ​ຮົ້ວ​ກີດ​ຂວ​າງ​ດ້ານ​ການ​ຄ້າ ແລະ ຮັບ​ຮູ້​ຫວຽດ​ນາມ ​ເປັນພື້ນ​ຖານ​ເສດ​ຖະ​ກິດ​ການ​ຕ​ະ​ຫຼາດ​ໂດຍ​ໄວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວິງ ກໍ່ເນັ້ນ​ໜັກ​​ວ່າ ​ຄວນ​ຍູ້​ແຮງ​​ການ​ຂຸ​ດ​ຄົ້​ນບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກ​ສາ - ບ​ຳ​ລຸງ​ສ້າງ, ການ​ທ່ອງ​ທ່ຽວ​, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ… ນອກນັ້ນ, 2 ປະ​ເທດ​ກໍ່ສາ​ມາດ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສົ​ມ​ທົບ​ກັບ​ບັນ​ດາ​ປະ​ເທດ​ອ​າ​ຊຽນ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ຶ້ນ​ເພື່ອ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ສັນ​ຕິ​ພາບ ແລະ ​ການ​ຮ່ວມ​ມື​ພັດ​ທະ​ນາ, ໃນ​ນັ້ນ​ມີ​ການ​ຮັບ​ປະ​ກັນ​ຄວ​າມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ສັ​ນ​ຕິ​ພາບສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຟ້າມກວາງວິງ ຢື​ນ​ຢັນ​ວ່າ, ຫວຽດ​ນາມ ​ຈະສືບ​ຕໍ່​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ​ອາ​ເມ​ລິ​ກາ, ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຢ່າງ​ແທດ​ຈິງ, ຍາວ​ນານ, ໝັ້​ນ​ຄົງ, ​ເຊື່ອ​ໝັ້ນ​ວ່າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ຈະ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ