ການພົວພັນຫວຽດນາມ-ອາເມລິກາພັດທະນາຕາມທິດນັບມື້ນັບດີງາມກ່ວາ

ການພົວພັນຫວຽດນາມ-ອາເມລິກາພັດທະນາຕາມທິດນັບມື້ນັບດີງາມກ່ວາ - ảnh 1
ການພົບປະລະຫວ່າງ 2 ຝ່າຍ
(ພາບ: mod.gov.vn)

(vovworld) – ການ​ພົວພັນລະຫວ່າງ​ ຫວຽດນາມ -​ ອາ​ເມ​ລິ​ກາ​ ພັດທະນາ​ຕາມ​ທິດ​ນັບ​ມື້​ນັບ​ດີງາມ​ກ່ວາ - ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໃນ​ການ​ຕ້ອນຮັບ​ທ່ານ Daniel Russell, ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ວັນ​ທີ 9/5. ທ່ານພົນ​ໂທ ຫງວຽນ​ຈີ໋ວີ້ງ ສະ​​ແດງ​ຄວາມປາດ​ຖະໜາ​ຢາກ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ສືບ​ຕໍ່​ຊ່ວຍ​ເຫຼື​ອ, ​ແບ່ງປັນ​ບົດຮຽນ​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດສ​້າງກຳລັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ, ​ກຳຈັດທາດ​ພິດ​ດີ​ໂອ​ຊິນ, ຊອກ​ຫາ ​ແລະ ທຳລາຍ​ລູກ​ລະ​ເບີດບໍ່​ທັນ​ແຕກ, ບັນດາ​ວັດຖຸ​ລະ​ເບີດ ທີ່​ຍັງ​ຕົກ​ຄ້າງ​ພາຍຫຼັງ​ສົງຄາມ ກໍ່ຄື​ຜັນ​ຂະຫຍາຍ​​ໂຄງການ​ຊອກ​ຫາ​ອັດຖິ​ທະ​ຫາຍ​ທີ່​ຫານ​ສາບ​ສູນ​​ໃນ​ສົງຄາມ​ຢ່າງ​ມີ​ປະສິດທິ​ຜົນ.

        ທ່ານ Daniel Russell, ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ເຊື່ອ​ໝັ້ນ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ປ້ອງ​ກັນປະ​ເທດ 2 ຝ່າຍ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ, ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານພົນ​ໂທ ຫງວຽນ​ຈີ໋ວີ້ງ ​ແລະ ທ່ານ     Daniel Russell ລ້ວນ​ແຕ່​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ການ​ຢ້ຽມຢາມ ຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຄາດວ່າ​ຈະ​ດຳ​ເນີນ​ໄປ​ໃນ​​ໄລຍະ​ຈະ​ມາ​ເຖິງ, ຫວັງ​ວ່າການ​ຢ້ຽມຢາມ​ຈະ​ບັນລຸ​ຜົນສຳ​ເລັດ​ຢ່າ​ງດີງາມ, ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.      

 


ຂ່າວ/ບົດ​ອື່ນ