ການພົວພັນຫວຽດນາມ-ອາເມລິກາສືບຕໍ່ພັດທະນາຢ່າງໝັ້ນຄົງແລະ ແທດຈິງ

ການພົວພັນຫວຽດນາມ-ອາເມລິກາສືບຕໍ່ພັດທະນາຢ່າງໝັ້ນຄົງແລະ ແທດຈິງ - ảnh 1
ການ​ໂອ​້​ລົມ​ກັບ​ຝ່າຍ ອາ​ເມ​ລິ​ກາ
(ພາບ: vietnam+)

(vovworld) - ທ່ານ ຟ້າ​ມກວາງ​ວິ​ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫາ​ກໍ່​ມີ​ການ​ໂອ້​ລົມ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ຢູ່​ສະ​ຖາ​ບັນ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການບໍລິຫານ​ລັດ ອາ​ເມ​ລິ​ກາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສາ​ສະ​ດາ​ຈານ, ນັກ​ຊ່ຽວຊານ​ຫຼຍທ່ານ. ທີ່​ການ​ໂອ້​ລົມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ແບ່ງປັນ​ວ່າ: ​ໃນ​ກວ່າ 20 ປີຜ່ານມາ, ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1995 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ມີ​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ. ສອງ​ປະ​ເທດ​ໄດ້​ສ້າງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ປີ 2013, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ ກໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ພ້ອມ​ກັນ​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ຄື: ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຮັບປະກັນ​ສັນຕິພາບ, ສະຖຽນລະພາ​ບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ບົນ​ພື້ນຖານ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອຳນາດ​ການ​ປົກຄອງ​ໃໝ່​ຂອງ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ, ໝັ້ນຄົງ ​ແລະ ​ແທດ​ຈິງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

 

 

ຂ່າວ/ບົດ​ອື່ນ