ການພົວພັນຫວຽດນາມ-ອາເມລິກາໄດ້ມີພື້ນຖານໝັ້ນຄົງໃຫ້ອະນາຄົດ

ການພົວພັນຫວຽດນາມ-ອາເມລິກາໄດ້ມີພື້ນຖານໝັ້ນຄົງໃຫ້ອະນາຄົດ - ảnh 1
ທ່ານ Ted Osius ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິກາ ປະຈຳ ຫວຽດນາມ

(vovworld) - ​ ບັນດາ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການປຶກສາ​ຫາລື​​ທີ່​ການ​ໂອ້​ລົ​ມຢູ່ ວໍ​ຊິງ​ຕັນ ​ໃນ​ຕອນ​ເຊົ້າ​ວັນ​ທີ 09/06 ລະຫວ່າງ​ທ່ານ Ted Osius ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິກາ ປະຈຳ ຫວຽດນາມ ກັບ​ບັນດາ​ນັກຮຽນ​ຮູ້​ ອາ​ເມ​ລິ​ກາ ​ແລະ ສາກົນ. ​ເຫດການ​ດັ່ງກ່າວ ​​ໄດ້​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ (CSIS) ​ແລະ ສາກົນຈັດ​ຕັ້ງ ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານາທິບໍດີ Barack Obama ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະຜ່ານ​ມາ.

        ທ່ານ​ເອກ​ອັກ​ຄະ​ລັດຖະທູດ Ted Osius ຫວນຄືນ​ບັນດາຂີດ​ໝາຍ​ສຳຄັນ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຢ່າ​ງ​ເປັນ​ທາງ​ການ​ຂອງທ່ານ​ປະທານາທິບໍດີ Barack Obama ​ໃນ​ນັ້ນ​ມີ​ຖະ​ແຫຼ​ງການ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳບາດ​ອາວຸດ​ກັບ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ Ted Osius ​ໃຫ້​ຮູ້​ວ່າ:

        “ສິ່ງ​ດັ່ງກ່າ​ວສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ໄດ້​ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ຮອບດ້ານ​ກັບ ອາ​ເມ​ລິ​ກາ ​ໃນ​ທຸກ​ຂົງ​ເຂດ. ຂ້າພະ​ເຂົ້າ​ເຫັນ​ວ່າ 2 ປະ​ເທດ​ກໍ່ສ້າງ​ໄດ້​ພື້ນຖານ​ໝັ້ນຄົງ​ໃຫ້​​ແກ່ການ​ພົວພັນ 2 ຝ່າຍ​ຢ່າງ​ໜ້ອຍ​ສຸດ​ແມ່ນ​ໃນ 50 60 ປີ​ຕໍ່​ໄປ”

        ສຳລັບ​ຄຳ​ຖານ​ກ່ຽວ​ກັບ​ຄວາມ​ສາມາດສຳຜັດກັບ​ອ່າວ ກາມ​ແຣງ ຂອງ ຫວຽດນາມ ສຳລັບ ອາ​ເມ​ລິ​ກາ, ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ Ted Osius ຢືນຢັນ​ຄືນ​ໃໝ່ວ່າ: ອາ​ເມ​ລິ​ກາ ​ເຄົາລົບ​ນະ​ໂຍບາຍ​ປ້ອງ​ກັນ​ຊາດຂອງ ຫວຽດນາມ ນັ້ນ​ແມ່ນ: ບໍ່​ເຂົ້າ​ຮ່ວມ​ບັນດາ​ສຳພັນ​ທະ​ມິດ​ການ​ທະຫານ ​ແລະ ບໍ່​ເປັນສຳພັນ​ທະ​ມິດ​ການ​ທະຫານ​ກັບປະ​ເທດ​ໃດໆ, ບໍ່​ໃຫ້​ປະ​ເທດ​ໃດຕັ້ງ​ຖານ​ທີ່​ໝັ້ນ​ການ​ທະຫານ​ຢູ່ ຫວຽດນາມ ​ແລະ ບໍ່​ອີງ​ໃສ່​ປະ​ເທດ​ນີ້ ​ເພື່ອ​ຕ້ານ​ປະ​ເທດ​ນັ້ນ. ຕາມ​ທ່າ​ນ​ເອກ​ອັກ​ຄະ​ລັດຖະທູດ Ted Osius ​ແລ້ວ, ຖ້າ​ມີເງື່ອນ​ໄຂ​ ອາ​ເມ​ລິ​ກາ ອາດ​ຈະ​ນຳ​ໃຊ້​ທ່າ​ກ່ຳ​ປັ່ນ​ສາກົນ ກາມ​ແຣງ ດ້ວຍ​ການ​ເສຍ​ຄ່າ​ບັນດາ​ການ​ບໍລິຫານ ຈະ​ສຳຜັດ​.

        ກ່ຽວຂ້ອງ​ເຖິງ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ, ທ່ານ Ted Osius ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຢາກ​ມີ​ບັນດາ​ຄູ່​ຮ່ວມ​ມື​ແຂງ, ມີ​ຄວາມ​ສາມາ​ດດີທີ່​ສຸດ ​ເພື່ອ​ກຳນົດ ​ແລະ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຢູ່​ທາງ​​ເດີນທະ​ເລ​ສຳຄັນ​ນີ້. ທ່ານ Ted Osius ຖື​ວ່າ: ອາ​ຊຽນ ຄວນ​ມີ​ປະຕິກິລິຍາ​ເປັນ​ເອກະພາບ ຕໍ່ຄຳ​ຕັດສິນ​ຈະ​ມາ​ເຖິງ​ຂອງ​ສານ​ກຳມະການ​ກ່ຽວ​ກັບ​ກໍລະນີ​ຮ້ອງຟ້ອງ​ຂອງ ຟີ​ລີບ​ຟິນ ສຳລັບ​ ຈີນ ​ໃນ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ເມື່ອ​ຕອບ​ສຳພາດ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງຈາກສົງ​ຄາມ​ຢູ່ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Ted Osius ​ໃຫ້​ຮູ້​ວ່າ: ​ຝ່າຍ ອາ​ເມ​ລິ​ກາ ພວມ​ຕັ້ງໜ້າ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການມ້າງ​ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ. ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່ຊ່ວຍ​ເຫຼືອ ຫວຽດນາມ ລ້າ​ງສານພິດດີ​ໂອ​ຊີ​ນຢູ່​ບາງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ