ການພົວພັນຫວຽດນາມ-ເຊັກໂກສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ວັນທີ 7/6, ພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມໄດ້ດຳເນີນຢູ່ຮ່າໂນ້ຍ
ການພົວພັນຫວຽດນາມ-ເຊັກໂກສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1ການເຈລະຈາລະຫວ່າງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman 

  ທີ່ການເຈລະຈາລະຫວ່າງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman ພາຍຫຼັງພິທີຕ້ອນຮັບ, ການນຳທັງ 2 ທ່ານໄດ້ເຫັນດີຕໍ່ບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນໄລຍະທີ່ຈະມາເຖິງ.

    ທາງດ້ານການເມືອງ-ການຕ່າງປະເທດ, 2 ຝ່າຍໄດ້ເຫັນດີແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນເຊັ່ນ: ອາຊຽນ, ອາແຊມ, EU, ສະຫະປະຊາຊາດ…

   ທາງດ້ານການຄ້າ ແລະ ການລົງທຶນ, 2 ຝ່າຍເຫັນດີເປັນເອກະສັນກ່ຽວກັບບັນດາເນື້ອໃນຂອງກອງປະຊຸມຄະນະກຳມາທິການລະຫວ່າງ 2 ລັດຖະບານຫວຽດນາມ-ເຊັກໂກ ຊຶ່ງຄາດວ່າຈະຖືກດຳເນີນໃນຕົນປີ 2018. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳທັງ 2 ທ່ານໄດ້ເຫັນດີເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ຖືວ່າທຸກໆ ການຂັດແຍ້ງຕ້ອງໄດ້ຮັບການແກ້ໄຂດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ກ້າວໄປສູ່ການສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ໂດຍໄວ.

    ພາຍຫຼັງການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາກ່ຽວກັບການຮ່ວມມືຕ້ານອາດຊະຍາກຳ ແລະ ສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ.

    ທີ່ການພົບປະກັບສື່ມວນຊົນ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງຢືນຢັນວ່າ ທ່ານ ແລະ ທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman ໄດ້ມີການເຈລະຈາຢ່າງສຳເລັດຜົນ. ທ່ານກ່າວວ່າ : 

   “ ດ້ວຍບັນດາພື້ນຖານທີ່ໝັ້ນແກ່ນຜ່ານ 67 ປີ ທີ່ຜ່ານມາ, ປາດຖະໜາວ່າ ການຮ່ວມມືຫວຽດນາມ-ເຊັກໂກຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນຂອງ 2 ປະເທດ. ແລະ ປະຊາຄົມຊາວຫວຽດນາມຢູ່ເຊັກໂກ ຈະເປັນຂົວເຊື່ອມຕໍ່ຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ”.

       ສ່ວນທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman ຢືນຢັນວ່າ :

    “ 68 ວິສາຫະກິດຂອງເຊັກໂກຕິດຕາມຂ້າພະເຈົ້າມາຫວຽດນາມ ກໍເປັນການຢັ້ງຢືນວ່າ ພວກຂ້າພະເຈົ້າມີຄວາມຫວັງຮ່ວມມືກັບຫວຽດນາມ. 2 ຝ່າຍພວກເຮົາໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 7 ສະບັບໃນຫຼາຍຂົງເຂດ, ໃນນັ້ນ ພິເສດມີຂໍ້ຕົກລົງຮ່ວມມືລວມມູນຄ່າ 20 ລ້ານ USD ໃນຂົງເຂດກໍ່ສ້າງເຂດຕາກອາກາດຢູ່ພາກກາງຫວຽດນາມ ”

     ເນື່ອງໃນໂອກາດທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, 2 ປະເທດໄດ້ອອກຖະແຫຼງການຮ່ວມ. 

ຕອບກັບ

ຂ່າວ/ບົດ​ອື່ນ