ການພົວພັນອາຊຽນ-ຍີ່ປຸ່ນປະກອບສ່ວນໃຫ້ສັນຕິພາບໂລກ

ການພົວພັນອາຊຽນ-ຍີ່ປຸ່ນປະກອບສ່ວນໃຫ້ສັນຕິພາບໂລກ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າ​ຍວັນ​ທີ 12/12
(ພາບ: Hữu Thắng/Vietnam+)



(vovworld) - ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ຍີ່ປຸ່ນ ນັບ​ມື້​ນັບ​ປະກອບສ່ວນ​ໃຫ້​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ໂລກ. ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າ​ຍວັນ​ທີ 12/12 ​ເນື່ອງ​ໃນ​ໂອ​ກາກ​ຈັດ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 40 ປີ​​ແຫ່ງການ​ພົວພັນຄູ່​​ເຈລະຈາ ອາ​ຊຽນ ​ແລະ ຍີ່ປຸ່ນ ​​ເຊິ່ງ​ຈັດ​ຕັ້ງ​ໃນ​ທ້າຍ​ອາທິດ​ນີ້​ຢູ່ ​ໂຕ​ກຽວ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Abe ຢັ້ງຢືນ​ຄືນ​ໃໝ່ວ່າ ອາ​ຊຽນ​ແມ່ນຄູ່​ຮ່ວມ​ມື​ພິ​ເສດ​ຂອງ ຍີ່ປຸ່ນ, ​ດັ່ງ​ນັ້ນ​ແມ່ນ​ຈຸດ​ສຸມ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງ Abe. ທ່ານນາຍົກລັດຖະມົນຕີ Abe ​ໃຫ້​ຮູ້​ວ່າ: ​ໃນ​ຮອບ​ເວລາພຽງ 1 ປີ ນັບ​ແຕ່​ເມື່ອ​ດຳລົງ​ຕຳ​ແໜ່​ງທ່ານ​ໄດ້​ມີ​ການ​ປະຕິບັດ​ງານ 5 ຄັ້ງ​ໄປ​ຍັງບັນດາ​ປະ​ເທດ ອາ​ຊຽນ ​ແລະ ​ໄດ້​ໄປ​ຢ້ຽມຢາມ​ 10 ປະ​ເທດ​ສະມາ​ຊິກ ອາ​ຊຽນ. ທ່ານ​ນາຍົກລັດຖະມົນຕີ Abe ​ເວົ້າ​ວ່າ:

    “ການ​ຮ່ວມ​ມື ຍີ່ປຸ່ນ - ອາ​ຊຽນ ​ໄດ້​ຮັບ​ການພັດທະນາ​ນັບແຕ່​ອະ​ດິດຕະການ​ຕະຫຼອດຮອດ​ອະນາຄົດ ​ແລະ ບໍ່​ພຽງ​ແຕ່​​ເພື່ອໃນ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​​ເພື່ອສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາ​ກພື້ນ ​ແລະ ​ໂລກ. ອາ​ຊຽນ ດ້ວຍ​ບົດບາດນຳ​ໜ້າ​ຂອງ​ເສດຖະກິດ​ໂລກ ​ແມ່ນ​ເພື່ອ​ນມິດ​ບໍ່​ສາມາດ​ຂາດ​ເຂີນ​​ໄດ້​ໃນການ​ຟື້ນ​ຟູ​ເສດຖະກິດ​ຂອງ​ ຍີ່ປຸ່ນ. ນອກ​ນັ້ນ, ອາ​ຊຽນ ຍັງແມ່ນ​ຄູ່​ຮ່ວມ​ມື​ເພື່ອ​ຮັກສາ​ເຂດ​ທະ​ເລ ອາຊີ ​​ໃຫ້​ເປັນ​ເຂດທະ​ເລ​ເປີດ ​ແລະ ​ເສລີ. ດັ່ງ​ນັ້ນ, ຍີ່ປຸ່ນ ​ແລະ ອາ​ຊຽນ ຈະ​ແລກປ່ຽນ​ກ່ຽວ​ກັບ​ບັນດາບັນ​ຫາ​ຂອງ​ພາກ​ພື້ນ ​ແລະ ​ໂລກ.”

ຂ່າວ/ບົດ​ອື່ນ