ການພົວພັນຮ່ວມມືຫວຽດນາມ-ຈີນນັບມື້ນັບເຂົ້າສູ່ລວງເລິກ

ການພົວພັນຮ່ວມມືຫວຽດນາມ-ຈີນນັບມື້ນັບເຂົ້າສູ່ລວງເລິກ - ảnh 1
​ທ່ານ ດັ້ງ​ມີ​ງຄອຍ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ

(vovworld) - ວັນ​ທີ 17/06/2016 ຢູ່ ປັກ​ກີ​ງ ​ທ່ານ ຈາວ​ຄູ໋ງຈູ໋ ເລຂາທິການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ຄະນະ​ກຳມະການ​ກວດກາ​ກົດ​ລະບຽບ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ດັ້ງ​ມີ​ງຄອຍ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ຈີນ ​ໃນ​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​ເຖິງ​ພື້ນຖານ​ການ​ພົວພັນ​ຂອງ 2 ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງມິດຕະພາບ, ທີ່ມີ​ມູນ​ເຊື້ອມາ​ແຕ່​ດົນ​ນານ. ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ, ການທ່ອງ​ທ່ຽວ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ທີ່​ບັນລຸ​ໄດ້​ໝາກຜົນອັນ​​ແທດ​ຈິງຫລາຍ​ຢ່າງ ​ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ການ​ພົບ​ປະ​ແລ​ກປ່ຽນ ​ແລະ ການຮ່ວມ​ມື​ລະຫວ່າງ 2 ພັກ​ໄດ້​ຮັບ​ການ​ເພີ່ມ​ທະວີ, ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ. ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ເຊິ່ງ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ ມາວ​​ເຈືອຕູ​ງ ພ້ອມ​ກັບ​ບັນດາ​ການ​ນຳ​ລຸ້ນກ່ອນ​ຂອງ 2 ພັກ​​ໄດ້​ເພີ່ມ​ພູນ​ຄູນ​ສ້າງ, ​ເລື່ອງ 2 ພັກ, 2 ລັດ ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ການຄຸ້ມ​ຄອງ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ຝ່າຍ ກໍ່​ປະກອບສ່ວນຢ່າງຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ 2 ຝ່າຍ​ໃຫ້ພັດທະນາ​ສະຖຽນ​ລະ​ພາບ ​ແລະ ປອດ​ໃສ.

 

ຂ່າວ/ບົດ​ອື່ນ