ການພົວພັນຮ່ວມມືຫວຽດນາມ-ລາວນັບມື້ນັບເຂົ້າສູ່ລວງເລິກ

ການພົວພັນຮ່ວມມືຫວຽດນາມ-ລາວນັບມື້ນັບເຂົ້າສູ່ລວງເລິກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕ໋ີນຢູງຕ້ອນຮັບ​ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ (ພາບ:chinhphu.vn)


(vovworld) - ​ຕອນ​ບ່າຍ​ວັນ​ທີ 7/7, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕ໋ີນຢູງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ​ຂອງ ຫວຽດນາມ ​ແມ່ນ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ດ້ວຍ​ຄວາມ​ຕັດສິນ​ໃຈສູງ​ສຸດ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ຫວຽດນາມ ກໍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດຂອງ​ຄົນ​ເພື່ອ​ໜູນ​ຊ່ວຍ ລາວ ປະຕິບັດ​ໜ້າ​ທີ່​​ປະທານ ອາ​ຊຽນ ​ໃນ​ປີ 2016 ຢ່າງ​ສຳ​ເລັດ​ຜົນ…ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດຖ​ະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ສຸມ​ໃສ່, ສົມທົບກັນ​ຜັນ​ຂະຫຍາ​ຍປະຕິບັດ​ເພື່ອບັນລຸ​ໄດ້​ໝາກຜົນ​ສູງ​ສຸດ​ສຳລັບບັນດາ​ຂໍ້​ຕົກລົງ ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​​ເອກະສັນ.

        ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ຢືນຢັນ​ວ່າ: ລາວ ຖື​ເປັນ​ສຳຄັນ​​ພິ​ເສດ​​ການ​ຊຸກຍູ​້ພັດທະນາ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍກັບ ຫວຽດນາມ​ກ່ວາ​ອີກ ​ແລະ ປາດ​ຖະໜາ​ຢາກ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຊຸກຍູ້​ບັນດາການ​ເຄື່ອນ​ໄຫວຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​ກາ​ນຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…; ລາວ ຍາມ​ໃດ​ກໍ​ຮັບ​ຕ້ອນ, ສະໜັບສະໜູນ ​ແລະ ສ້າງ​ບັນດາ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດນາມ ຊອກ​ຫາ​ກາລະໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ ​ແລະ ​ແລກປ່ຽນ​ຄ້າຂາຍ​ອັນ​ຍາວ​ນານ​ຢູ່ ລາວ.

ຂ່າວ/ບົດ​ອື່ນ