ການພົວພັນແລກປ່ຽນ ດ້ານການຄ້າຫວຽດນາມ - ສ.ເກົາຫຼີ

ການພົວພັນແລກປ່ຽນ ດ້ານການຄ້າຫວຽດນາມ - ສ.ເກົາຫຼີ - ảnh 1
(ພາບ: thamgia.net)

(vovwworld)-ລາຍການ​ພົບ​ປະ​ແລກປ່ຽນ ​ໂດຍ​ຫ້ອງການ ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ມະຫາວິທະຍາ​ໄລ Yongsan, ສ.​ເກົາຫຼີ ​ໄດ້ຈັດຂຶ້ນຢູ່​ນະຄອນ ​ໂຮ່​ຈີ​ມິນ ​ໃນ​ວັນ​ທີ 9 ຕຸລາ.

        ​ໃນ​ພິທີ​ພົບ​ປະ​ແລກປ່ຽນ,ບັນດາ​ວິ​ສາ​ຫະກິດ​ຂອງ​ສ.​ເກົາຫຼີ​ແນະນຳ​ບັນດາ​ທ່າ​ແຮງ​ຄື: ​ເຕັກ​ໂນ​ໂລ​ຊີ​ອີ​ເລັກ​ໂຕ​ນິກ,ສະບຽງ​ອາຫານ,​ເຄື່ອງ​ສຳອາງ,ກົນ​ຈັກ,ອຸປະກອນຂະ​ແໜງ​ການ​ຢາ,​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ....​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ຊອກ​ຫາ​ຄູ່​ຮ່ວມ​ມືຂອງ​ຕົນ​ເອງ​ກັບ ວິ​ສາ​ຫະກິດສ.​ເກົາຫຼີ. ທ່ານ ວໍ​ເຕິ​ນ​ແທງ ( Vo Tan Thanh ) ຮອງ​ເລຂານຸການ ຫ້ອງການ ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໃຫ້​ຮູ້​ວ່າ :

        “ ສິ່ງ​ທີ່​ໜ້າ​ພາ​ກພູມ​ໃຈ ​ແມ່ນ​​ໄລຍະ​ຫວ່າງ​ແລ້ວນີ້ ມີວິ​ສາ​ຫະກິດ​ໃຫຍ່​ຫຼາຍ​ແຫ່ງຂອງ ສ.​ເກົາຫຼີ​ກຳລັງ​ລົງທຶນ​ບັນດາ​ໂຄງການ​ໃຫຍ່​ທີ່​ສຸດຢູ່​ຫວຽດນາມ​ຄື : SumSung ເຊັນ​ສັນຍາ​ລົງທຶນ ​ດວ້ຍຈຳນວນ​ເງິນ 4,5 ຕື້ USD, ບໍລິສັດ LG ໄດ້​ຮັບ​ໜັງສື​ອະນຸຍາດ​ລົງທຶນຢູ່ຫາຍ​ຟ່ອງ (Hải Phòng) ​ເຂົ້າ​ໃນ​ບັນດາໂຄງການ ດ້ວຍ​ເງິນ​ຈຳນວນ  1,5 ຕື້ USD, ເຮັດ​ໃຫ້ການ​ລົງທຶນ​ຂອງ ສ.​ເກົາຫຼີ​ເຂົ້າ​ຫວຽດນາມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ປະຈຸ​ບັນ​ຍອດຈຳນວນທຶນຈົດທະບຽນ​ຂອງ ສ.​ເກົາຫຼີ​ໄດ້​ຢືນ​ອັນ​ດັບ​ທີ 3  ​​ແລະ ​ຂ້າພະ​ເຈົ້າ​ຖື​ວ່າ : ໃນ​ອະນາຄົດ​ຈະ​ຍັງ​ມີ​ຫຼາຍ​ໂຄງການ​ອື່ນ​ອີກ ​ແລະ ການ​ພົວພັນ​ການ​ຄ້າ​ຍັງ​ຄົງເພີ້​ມຂຶ້ນໃນ​ແຕ່ລະ​ປີ ”

        ​ປະຈຸ​ບັນ ສ.​ເກົາຫຼີ​ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ອັນ​ດັບ 4 ຂອງ​ຫວຽດນາມ ຖັດຈາກ ສປຈີນ, ສະຫະລັດ​ອາ​ເມ​ລິ​ກາ, ຍີ່ປຸ່ນ.

 

 

ຂ່າວ/ບົດ​ອື່ນ