ການພົວພັນແລກປ່ຽນຂ່ຳນັບຮັບຕ້ອນປີແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ - ລາວ

ການພົວພັນແລກປ່ຽນຂ່ຳນັບຮັບຕ້ອນປີແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ - ລາວ - ảnh 1
ພາບປະກອບ

(vovworld) - ຕອນ​ຄ່ຳ​ວັນ​ທີ 15/3, ສະຖານທູດ​ຫວຽດນາມ​ປະຈຳ​ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ສົບ​ທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ​​ແລກປ່ຽນ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນປີ​ແຫ່ງ​ຄວາມ​ສາມັກຄີ - ມິດຕະພາບ​ຫວຽດນາມ - ລາວ. ຕາງໜ້າ​ໃຫ້​ສະຖານທູດ, ທ່ານ ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ ​ເລື​ອງກວກ​ຮູ​ຍ ຊີ້​ແຈງ​ຄວາມ​ໝາຍ​ຂອງການ​ພົວພັນ​ແລກປ່ຽນ​ແມ່ນ​ຕອບ​ສະໜອງ “ປີ​ແຫ່ງ​ຄວາມ​ສາມັກຄີ ບ ມິດຕະພາບ​ຫວຽດນາມ - ລາວ” ​ໂດຍ​ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ປຸກລະດົມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ໃນ​ວິຊາ​ສະ​ເພາະ​ເພື່ອ​ບັນລຸ​ໝາກຜົນ​ສູງ​ກ່ວາ​ໃນ​ວຽກ​ງານ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ ລາວ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ພົບ​ປະ​ແລກປ່ຽນ​ແມ່ນ​ຊ່ວຍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ລາວ ​ແລະ ສະຖານທູດ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ຢ່າງ​ສະໜິດ​ສະໜົມ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ 2 ພັກ ​ແລະ ລັດ​ມອບ​ໝາຍ​ໃຫ້, ປະກອບສ່ວນ​ເພີ່ມ​ພູນຄຸນ​ສ້າງສາຍ​ພົວພັນ​ສາມັກຄີ ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລາວ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ