ການພົວພັນແລກປ່ຽນວັດທະນະທຳ,ປະກອບສ່ວນແນະນຳພາບພົດຫວຽດນາມເຖິງປະເທດຕ່າງໆ

ການພົວພັນແລກປ່ຽນວັດທະນະທຳ,ປະກອບສ່ວນແນະນຳພາບພົດຫວຽດນາມເຖິງປະເທດຕ່າງໆ - ảnh 1
ບັນ​ດາ​ສະ​ຖານ​ທູດ​ໄດ້​ມອບ​ຈຳ​ນວນ 100 ລ້ານ​ດົ່ງ​ເພື່ອ​ຊ່ວຍ​ເຫຼືອ​ບັນ​ດາ​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍູ້ງ​ຍາກ

(vovworld) – ​ວັນ​ທີ 11/12, ຢູ່​ຮ່າ​ໂນ້ຍ, ໂດ​ຍ​ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຂອງ​ທ່ານ​ນາງ ຫວຽນ​ຫວຽດ​ງາ, ພັນ​ລະ​ຍາ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່​ງ​ມິງ, ກົມ​ຮັບ​ໃຊ້​​ຄະ​ນະ​ທູ​ຕາ​ນຸ​ທູດ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ຄັ້ງ​ທີ 4 ປີ 2016.

        ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ຄັ້ງ​ນີ້ ມີ​ຮ້ານ​ວາງ​ສະ​ແດງ 115 ຮ້ານ, ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກປະ​ຊາ​ຄົມ ອາ​ຊຽນ, ມີ​ອົງ​ການ​ຕາງ​ໜ້າ​ຕ່​າງ​ປະ​ເທດ 40 ອົງ​ການ, ຫຼາຍ​ຫົວ​ໜ່ວຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ບັນ​ດາ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງຫຼາຍ​ແຂວງ, ນະ​ຄອນ​ທາງ​ພາກ​ເໜືອ, ແຂວງ ຢາ​ລາຍ ແລະ ວິ​ສາ​ຫະ​ກິດ​ບາງ​ແຫ່ງ. ນີ້ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໄດ້​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເພິ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ແລະ ແນະ​ນຳ​ພາບ​ພົດ​ຂອງການ​ທ່ອງ​ທ່ຽວ ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່ ຫວຽດ​ນາມ ໂຄ​ສະ​ນາ​ເຄື່ອງ​ໝາຍ​ເຖິງ​ເພື່ອນ​ມິດ​ສາ​ກົນ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ