ການຢ້ຽມຢາມ 2 ຄັ້ງປະຫວັດສາດເປັນການສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ

(VOVWORLD) -ການເສັງ ມີຫົວຂໍ້ວ່າ “ຊອກຮູ້ກ່ຽວກັບການຢ້ຽມຢາມອິນໂດເນເຊຍຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno” ເຊິ່ງໄດ້ເລີ່ມແຕ່ວັນທີ 14 ຕຸລາ ຫາວັນທີ 15 ທັນວາ  2019 ຈຶ່ງອັດລົງ. 
ການຢ້ຽມຢາມ 2 ຄັ້ງປະຫວັດສາດເປັນການສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ - ảnh 1ປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Sukarno  (ພາບເອກະສານ)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ຢ້ຽມຢາມ ອິນໂດເນເຊຍ (27/2/1959) ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Sukarno ຢ້ຽມຢາມຫວຽດນາມ ຄົບຮອບ 60 ປີ (24/09/1959) ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 65 ປີ ໃນປີ 2020, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບກັບສະຖານທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ ຈັດຕັ້ງການເສັງ ຊອກຮູ້ກ່ຽວກັບການຢ້ຽມຢາມສອງຄັ້ງປະຫວັດສາດດັ່ງກ່າວ.

        ການເສັງ ມີຫົວຂໍ້ວ່າ “ຊອກຮູ້ກ່ຽວກັບການຢ້ຽມຢາມອິນໂດເນເຊຍຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno” ເຊິ່ງໄດ້ເລີ່ມແຕ່ວັນທີ 14 ຕຸລາ ຫາວັນທີ 15 ທັນວາ  2019 ຈຶ່ງອັດລົງ. ທ່ານນາງ ຫວຽນຖຸ໋ຍຮວາ, ຫົວໜ້າພະແນກພົວພັນສາກົນ, ວິທະຍຸກະຈາຍສຽງຫວຽດນາມ  ໃຫ້ຮູ້ວ່າ:

        “ປີ 1959, ອິນໂດເນເຊຍ ແມ່ນປະເທດທໍາອິດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງປະທານໂຮ່ຈີມິນໄດ້ໄປຢ້ຽມຢາມຢ່າງເປັນທາງການ; ໃນຂະນະ ຫວຽດນາມ ແມ່ນປະເທດສຸດທ້າຍໃນການໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານາທິບໍດີ Sukarno. ມີເລື່ອງລາວ ແລະ ຄວາມຊົງຈໍາຫຼາຍຢ່າງທີ່ມີຄວາມໝາຍໃນການຢ້ຽມຢາມ 2 ຄັ້ງດັ່ງກ່າວ. ດັ່ງນັ້ນ, ການເສັງຄັ້ງນີ້ ແມ່ນການເຄື່ອນໄຫວເພື່ອຫວນຄືນປະຫວັດສາດອັນດີງາມ, ສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບຂອງປະທານໂຮ່ຈີມິນ ແລະ ທ່ານ ປະທານາທິບໍດີ Sukarno , ພ້ອມທັງເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ເພີ່ມພູນຄູນສ້າງຄວາມຮູ້ການພົວພັນດັ່ງກ່າວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

        ການເສັງຄັ້ງນີ້ ກໍມຸ່ງໄປເຖິງກຸ່ມເປົ້າໝາຍ ແມ່ນປະຊາຄົມຊາວ ອິນໂດເນເຊຍ ທີ່ພວມດໍາລົງຊີວິດຢູ່ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ