ການ​ຢ້ຽມ​ຢາມ​ ຈີນ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະເທດ​ໂຕ​ເລິມ ແມ່ນ​ການ​ເຄື່ອນ​ໄຫວ​ການ​ທູດ​ພິ​ເສດ​ສຳ​ຄັນ​ລະ​ຫວ່າງ ຫວຽດ​ນາມ ແລະ​ຈີນ

(VOVWORLD) - ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໃນຖານະຕຳແໜ່ງໃໝ່, ແມ່ນການເຄື່ອນໄຫວທາງການທູດສຳຄັນພິເສດລະຫວ່າງ ຫວຽດນາມ ແລະ ຈີນ ໃນປີ 2024
ການ​ຢ້ຽມ​ຢາມ​ ຈີນ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະເທດ​ໂຕ​ເລິມ ແມ່ນ​ການ​ເຄື່ອນ​ໄຫວ​ການ​ທູດ​ພິ​ເສດ​ສຳ​ຄັນ​ລະ​ຫວ່າງ ຫວຽດ​ນາມ ແລະ​ຈີນ - ảnh 1, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,ປະທານປະເທດ ສສ.ຫວຽດນາມ ໂຕເລິມ  (ພາບ:  dangcongsan.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມິນູດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,ປະທານປະເທດ ສສ.ຫວຽດນາມ ໂຕເລິມ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ສປ.ຈີນ ໃນລະຫວ່າງວັນທີ 18 – 20 ສິງຫາ.

ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໃນຖານະຕຳແໜ່ງໃໝ່, ແມ່ນການເຄື່ອນໄຫວທາງການທູດສຳຄັນພິເສດລະຫວ່າງ ຫວຽດນາມ ແລະ ຈີນ ໃນປີ 2024, ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ທ່າອ່ຽງພັດທະນາຂອງການພົວພັນສອງພັກ, ສອງລັດ ໃນໄລຍະຈະມາເຖິງ. ການຢ້ຽມຢາມກໍ່ສະແດງໃຫ້ເຫັນການຖືເປັນສຳຄັນ, ບຸລິມະສິດແຖວໜ້າຂອງທັງສອງຝ່າຍໃນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ.

ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ຄາດວ່າທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຈະມີການແລກປ່ຽນຢູ່ລະດັບຍຸດທະສາດສູງທີ່ສຸດຂອງສອງພັກ, ສອງລັດ; ຕີລາຄາກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດ, ພິເສດແມ່ນໝາກຜົນບັນລຸໄດ້ໃນການປະຕິບັດຂໍ້ຕົກລົງຮ່ວມຂັ້ນສູງລະຫວ່າງການນຳຫຼັກແຫຼ່ງຂອງທັງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ