ການ​ຢ້ຽມ​ຢາມ ຈີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສັງ​ກາດ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ ຈີນ - ຫວຽດ​ນາມ

(VOVWORLD) -   ໃນການຢ້ຽມຢາມທາງລັດຖະກິດຢູ່ຈີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (18 – 20 ສິງຫາ) ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ສືບທອດມູນເຊື້ອຂອງອະດີດຕະການ ແລະ ເປີດສັງກາດໃໝ່ໃນການພົວພັນສອງຝ່າຍ, ສ້າງກຳລັງໜູນແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ແລະ ຊຸກຍູ້ປະຊາຄົມແບ່ງປັນອະນາຄົດ, ໂດຍມີຄວາມໝາຍຍຸດທະສາດເຂົ້າສູ່ລວງເລິກ ແລະ ແທດຈິງ. 
ການ​ຢ້ຽມ​ຢາມ ຈີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສັງ​ກາດ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ ຈີນ - ຫວຽດ​ນາມ - ảnh 1ທ່ານສາດສະດາຈານ  ສຸຍລິຜິງ, ຜູ້ອຳນວຍການສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ (ພາບ: nhandan.vn)

ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ  ສຸຍລິຜິງ, ຜູ້ອຳນວຍການສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສະຖາບັນຄົ້ນຄວ້າຍຸດທະສາດຮອບດ້ານທົ່ວໂລກ ແລະ ອາຊີ - ປາຊີຟິກ (CASS), ສະຖາບັນວິທະຍາສາດສັງຄົມ ຈີນ, ກ່ຽວກັບໝາກຜົນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໂຕເລິມ.

        ຕາມສາດສະດາຈານ ສຸຍລິຜິງ ແລ້ວ, ການຢ້ຽມຢາມ ຈີນ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນການເຄື່ອນໄຫວທີ່ອຸດົມສົມບູນ, ລວມທັງການພົບປະຂັ້ນສູງ, ຢ້ຽມຢາມບັນດາຮ່ອງຮອຍສະຖານປະຫວັດສາດ, ຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮງຮຽນພັກກອມມູນິດ ຈີນ ແລະ ທັງບັນດາບໍລິສັດເຕັກໂນໂລຢີ. ທ່ານໃຫ້ຂໍ້ສັງເກດວ່າ ສິ່ງດັ່ງກ່າວສ່ອງແສງໃຫ້ເຫັນວິໄສທັດຍຸດທະສາດ ແລະ ແທດຈິງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ.

        ເມື່ອຕີລາຄາກ່ຽວກັບບັນດາການປະກອບສ່ວນສຳຄັນທີ່ສຸດໃນການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານສາດສະດາຈານ ສຸຍລິຜິງ ເນັ້ນໜັກວ່າ ນັ້ນແມ່ນການເພີ່ມທະວີການຕິດຕໍ່ພົວພັນ, ແລກປ່ຽນຍຸດທະສາດລະຫວ່າງສອງພັກ ແລະ ການນຳຂັ້ນສູງສອງປະເທດ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດເຊິ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມການເມືອງອັນດີງາມ ເພື່ອໃຫ້ ຈີນ ແລະ ຫວຽດນາມ ມີການຮ່ວມມືກັນຢ່າງແທດຈິງໃນອະນາຄົດ; ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມຕັດສິນໃຈຂອງບັນດາວິສາຫະກິດ ຈີນ ທີ່ລົງທຶນເຂົ້າ ຫວຽດນາມ, ຊຸກຍູ້ການຜັນຂະຫຍາຍການຮ່ວມມືມີຄຸນນະພາບສູງ ລະຫວ່າງ ຈີນ - ຫວຽດນາມ ພັດທະນາຢ່າງວ່ອງໄວໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ