ການ​ຢ້ຽມ​ຢາມ ຍີ່​ປຸ່ນ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ປະ​ເທດ ບັນ​ລຸ​ໄດ້​ບັນ​ດາໝາກ​ຜົນ​ສຳ​ຄັນ ແລະ ຮອບ​ດ້ານ

(VOVWORLD) - ການຍົກລະດັບການພົວພັນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂັ້ນສູງ ແລະ ການພັດທະນາຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ, ເປີດໄລຍະຮ່ວມມືແຫ່ງການພັດທະນາໃໝ່ທີ່ແທດຈິງ ແລະ ມີປະສິດທິຜົນກ່ວາອີກໃນທຸກຂົງເຂດ.
ການ​ຢ້ຽມ​ຢາມ ຍີ່​ປຸ່ນ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ປະ​ເທດ ບັນ​ລຸ​ໄດ້​ບັນ​ດາໝາກ​ຜົນ​ສຳ​ຄັນ ແລະ ຮອບ​ດ້ານ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ຢູ່ສະໜາມບິນ ສາກົນ Fukuoka (ພາບ: TTXVN)

ຕອນຄ່ຳວັນທີ 30 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ກັບເມືອຮອດສະໜາມບິນສາກົນ ໂນ້ຍບາຍ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ ໃນລະຫວ່າງວັນທີ 27 - 30 ພະຈິກ, ຕາມຄຳເຊື້ອເຊີນຂອງປະເທດ ຍີ່ປຸ່ນ ດ້ວຍຜົນສຳເລັດທີ່ດີ. ຕອບສຳພາດຕໍ່ນັກຂ່າວ ກ່ຽວກັບໝາກຜົນຂອງການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢັ້ງຢືນວ່າ ການຢ້ຽມຢາມ ແມ່ນຂີດໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການພົວພັນພັດທະນາອັນດີງາມຢູ່ລະດັບສູງລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ການຢ້ຽມຢາມບັນລຸໄດ້ບັນດາໝາກຜົນສຳຄັນ ແລະ ຮອບດ້ານ, ໃນນັ້ນຂີດໝາຍພົ້ນເດັ່ນແມ່ນເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ວັດທະນາຖາວອນ ຢູ່ອາຊີ ແລະ ໂລກ”. ການຍົກລະດັບການພົວພັນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂັ້ນສູງ ແລະ ການພັດທະນາຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ, ເປີດໄລຍະຮ່ວມມືແຫ່ງການພັດທະນາໃໝ່ທີ່ແທດຈິງ ແລະ ມີປະສິດທິຜົນກ່ວາອີກໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ