ການ​ຢ​້ຽມ​ຢາມ ລັດ​ເຊຍ, ນອກ​ແວ ແລະ ຊູ​ແອດຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວັນ​ຟ​ຸກ​ ສ້າງກຳລັງໜູນໃໝ່​ໃຫ​້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

(VOVWORLD) - ການນຳບັນດາປະເທດລ້ວນແຕ່ປາດຖະໜາຢາກສົມທົບກັບ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍໃຫ້ ແໜ້ນແຟ້ນກ່ວາອີກໃນສະພາບການທີ່ ຫວຽດນາມ ພວມສະໝັກເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ການ​ຢ​້ຽມ​ຢາມ ລັດ​ເຊຍ, ນອກ​ແວ ແລະ ຊູ​ແອດຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວັນ​ຟ​ຸກ​ ສ້າງກຳລັງໜູນໃໝ່​ໃຫ​້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢູງ (ພາບ: dangcongsan.vn

ເມື່ອຕອບສຳພາດຕໍ່ນັກຂ່າວພາຍຫຼັງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ຊູແອັດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອງຢູງ ຢັ້ງຢືນວ່າ: ການຢ້ຽມຢາມ 3 ປະເທດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ໃຫ້ເຫັນວ່າການພົວພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດ ລັດເຊຍ, ຊູແອັດ ແລະ ນອກແວພວມມີການພັດທະນານັບມື້ນັບເລິກກ້ວາງ ແລະ ເປັນຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດ.

        ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢູງ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາການນຳລັດເຊຍໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດຍຸດທະສາດ ແລະ ບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືຫຼາຍດ້ານໃນໄລຍະຈະມາເຖິງ, ແລະເຫັນດີວ່າ ຄວນຜັນຂະຫຍາຍ ສັນຍາ FTA ລະຫວ່າງ ຫວຽດນາມ ກັບ ສະຫະພັນ ເສດຖະກິດ ອາຊີ - ເອີລົບ ຢ່າງແຮງກ່ວາອີກ, ສູ້ຊົນນຳວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ - ລັດເຊຍ ຈາກປະມານ 5 ຕື້ USD ໃນປັດຈຸບັນ ຂຶ້ນເປັນ 10 ຕື້ USD ໃນປີ 2020 ແລະ ຊຸມປີ ຕໍ່ໄປ.

        ໃນການຢ້ຽມຢາມນອກແວ ແລະ ຊູແອັດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຄັ້ງນີ້ກໍ່ມີການຮ່ວມມືທີ່ພົ້ນເດັ່ນຫຼາຍຢ່າງ. ທັງສອງປະເທດລ້ວນແຕ່ມີບັນດາຄຳໝັ້ນສັນຍາຢ່າງແຮງຕໍ່ເລື່ອງຊຸກຍູ້ບັນດາສັນຍາທີ່ສຳຄັນກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຊູແອັດ  Stefan Loefven  ໄດ້ສະໜັບສະໜູນເລື່ອງລົງນາມ, ໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາການຄ້າເສລີ (EVFTA)  ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງ ຫວຽດນາມ ແລະ EU ໂດຍໄວ. ທ່ານນາງນາຍົກລັດຖະມົນຕີ ນອກແວ ເຫັນດີຈະຍູ້ໄວການເຈລະຈາກ້າວໄປເຖິງການລົງນາມສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມຄ້າຂາຍເສລີ ເອີລົບ - EFTA (ລວມມີ 4 ປະເທດ ນອກແວ, ອຽກລັງ, ສະວິດ ແລະ ເລກເຕນສເຕນ).

ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢູງ ເນັ້ນໜັກວ່າ: ການນຳບັນດາປະເທດລ້ວນແຕ່ປາດຖະໜາຢາກສົມທົບກັບ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍໃຫ້ ແໜ້ນແຟ້ນກ່ວາອີກໃນສະພາບການທີ່ ຫວຽດນາມ ພວມສະໝັກເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ບັນດາປະເທດ ກໍ່ປາດຖະໜາຢາກຜ່ານສຽງເວົ້າຂອງ ຫວຽດນາມເພື່ອເພີ່ມທະວີການພົວພັນກັບພາກພື້ນ ແລະ ກັບອາຊຽນເມື່ອ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ ໃນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ