ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ

(VOVWORLD) -ກະຊວງການຕ່າງປະເທດ ສິງກະໂປ (MFA) ແຈ້ງໃຫ້ຊາບວ່າ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແຕ່ວັນທີ 24 – 26 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສິງກະໂປ Halimah Yacob.
ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ໃນເວັບໄຊ chanelnewsasia.com ວັນທີ 22 ກຸມພາ ໄດ້ໃຫ້ຂ່າວວ່າ ກະຊວງການຕ່າງປະເທດ ສິງກະໂປ (MFA) ແຈ້ງໃຫ້ຊາບວ່າ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແຕ່ວັນທີ 24 – 26 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສິງກະໂປ Halimah Yacob. ນີ້ຈະເປັນຄັ້ງທຳອິດທີ່ ສິງກະໂປ ຕ້ອນຮັບການນຳຕ່າງປະເທດມາຢ້ຽມຢາມທາງລັດຖະກິດ ນັບແຕ່ເກີດໂລກລະບາດໂຄວິດ - 19 ມາແຕ່ຕົ້ນປີ 2020.

ໃນວັນທີ 25 ກຸມພາ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະພົບປະກັບທ່ານປະທານາທິບໍດີ Halimah Yacob. ກໍໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຈະເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງສອງຝ່າຍສະບັບຕ່າງໆ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ສິງກະໂປ ແລະ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຈະມີຄຳກ່າວປາໄສສຳຄັນໃນການໂອ້ລົມສົນທະນາວິສາຫະກິດ ສິງກະໂປ - ຫວຽດນາມ.

     ກະຊວງການຕ່າງປະເທດ ສິງກະໂປ ຕີລາຄາວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນຄັ້ງນີ້ ເປັນການຢັ້ງຢືນຄືນໃໝ່ “ການພົວພັນອັນດີງາມ” ລະຫວ່າງ ສິງກະໂປ ແລະ ຫວຽດນາມ ໃນໄລຍະເວລາທີ່ທັງສອງປະເທດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023.


ຕອບກັບ

ຂ່າວ/ບົດ​ອື່ນ