ການ​ຢ້ຽມ​ຢາມ ​ສ.ເກົາຫຼີ​ ຂອງ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ ເລິກ​ເຊິ່ງ​ກ່​ວາ​ອີກ

(VOVWORLD) -ໃນຄັ້ງນີ້ ສອງຝ່າຍ ຈະປຶກສາຫາລືເພື່ອຊອກຫາວິທີແກ້ໄຂຂໍ້ຕິດຂັດ ທີ່ພວມກີດຂວາງການພົວພັນແລກປ່ຽນການຄ້າ ແລະ ການເຄື່ອນໄຫວເດີນທາງໄປມາລະຫ່ວາງ ສອງປະເທດ, ຫັນບັນດາຂໍ້ກຳນົດກ່ຽວກັບບັນຫາເຊິ່ງລັດຖະບານສອງປະເທດເຫັນດີເປັນລະບອບລະບຽບການ. 
ການ​ຢ້ຽມ​ຢາມ ​ສ.ເກົາຫຼີ​ ຂອງ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ ເລິກ​ເຊິ່ງ​ກ່​ວາ​ອີກ - ảnh 1ທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong – seug (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong – seug, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ ນັບແຕ່ວັນທີ 12 ທັນວາ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດນີ້ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong – seug ຢັ້ງຢືນວ່າ ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຈະປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືສອງຝ່າຍເລິກເຊິ່ງກ່ວາອີກ. ຫວຽດນາມ ແມ່ນປະເທດຫຼັກແຫຼ່ງໃນນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ແລະນີ້ແມ່ນປະເທດທີ່ມີຄວາມສຳຄັນທີ່ສຸດ ໃນການພົວພັນຄູ່ຮ່ວມມືຍຸດທະສາດ. ຜ່ານການຢ້ຽມຢາມຄັ້ງນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2022, ສອງຝ່າຍຈະປຶກສາຫາລືກ່ຽວກັບບັນຫາຍົກລະດັບສູງການພົວພັນສອງຝ່າຍ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ໃນປັດຈຸບັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ. ນອກນັ້ນ, ໃນຄັ້ງນີ້ ສອງຝ່າຍ ຈະປຶກສາຫາລືເພື່ອຊອກຫາວິທີແກ້ໄຂຂໍ້ຕິດຂັດ ທີ່ພວມກີດຂວາງການພົວພັນແລກປ່ຽນການຄ້າ ແລະ ການເຄື່ອນໄຫວເດີນທາງໄປມາລະຫ່ວາງ ສອງປະເທດ, ຫັນບັນດາຂໍ້ກຳນົດກ່ຽວກັບບັນຫາເຊິ່ງລັດຖະບານສອງປະເທດເຫັນດີເປັນລະບອບລະບຽບການ. ສອງຝ່າຍກໍ່ຈະປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຮ່ວມມື, ການແລກປ່ຽນລະຫວ່າງສອງລັດຖະສະພາພາຍຫຼັງການພົບປະລະຫວ່າງປະທານສະພາແຫ່ງຊາດສອງປະເທດໃນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ