ການຢ້ຽມຢາມ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປີດທິດທາງໃໝ່ໃນການພັດທະນາຮ່ວມມືລະຫວ່າງ ຫວຽດນາມ - ສ.ເຊັກໂກ

(VOVWORLD) -ບັນດາເນື້ອໃນແລກປ່ຽນ ແລະ ປຶກສາຫາລືລະຫວ່າງສອງຝ່າຍ ໄດ້ເປີດທິດທາງໃໝ່ ຊຸກຍູ້ການພັດທະນາການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍຄືສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສ ຢູ່ ສ.ເຊັກໂກ
ການຢ້ຽມຢາມ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປີດທິດທາງໃໝ່ໃນການພັດທະນາຮ່ວມມືລະຫວ່າງ ຫວຽດນາມ - ສ.ເຊັກໂກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ Vojtech Filip, ປະທານພັກກອມມູນິດ ເຊັກໂກ ແລະ Morava ພ້ອມທັງແມ່ນຮອງປະທານຜູ້ທີ 1 ສະພາຕໍ່າ ເຊັກໂກ (ພາບ: TTXVN)

ຫາງສຽງ ຢູ່ ເຊັກໂກ ມີຄວາມສົນໃຈເປັນພິເສດເຖິງໝາກຜົນຂອງການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ ໃນລະຫວ່າງວັນທີ 16 – 17 ເມສາ 2019 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໃນນັ້ນໄດ້ຢັ້ງຢືນວ່າ ບັນດາເນື້ອໃນແລກປ່ຽນ ແລະ ປຶກສາຫາລືລະຫວ່າງສອງຝ່າຍ ໄດ້ເປີດທິດທາງໃໝ່ ຊຸກຍູ້ການພັດທະນາການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍຄືສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສ ຢູ່ ສ.ເຊັກໂກ.

        ເມື່ອຕອບສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານຫວຽດນາມ, ທ່ານ Vojtech Filip, ປະທານພັກກອມມູນິດ ເຊັກໂກ ແລະ Morava ພ້ອມທັງແມ່ນຮອງປະທານຜູ້ທີ 1 ສະພາຕໍ່າ ເຊັກໂກ ໄດ້ຕີລາຄາວ່າ ການຢ້ຽມຢາມ ເຊັກໂກ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນປະສົບຜົນສໍາເລັດຢ່າງຈົບງາມ. ທ່ານ ສະໜັບສະໜູນ ແລະ ຊົມເຊີຍກ່ຽວກັບເນື້ອໃນເຮັດວຽກລະຫວ່່າງນາຍົກລັດຖະມົນຕີສອງທ່ານ ເພື່ອແນໃສ່ລົບລ້າງຮົ້ວກີດຂວາງໃນການຮ່ວມມືແຮງງານ ເພື່ອສືບຕໍ່ ອອກ ວີຊາ ໃຫ້ແກ່ແຮງງານ ຫວຽດນາມ ໄປເຮັດວຽກຢູ່ ເຊັກໂກ, ພ້ອມທັງໃຫ້ຮູ້ວ່າ ໄດ້ສະເໜີບັນຫາດັ່ງກ່າວຕໍ່ລັດຖະບານ ເຊັກໂກ. ທ່ານ Vojtech Filip ຍັງໃຫ້ຮູ້ວ່່າ: ຄາດວ່າ ຈະມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມໃນເດືອນ ມິຖຸນາ 2019, ເພື່ອສືບຕໍ່ປຶກສາຫາລືຕາມທິດຜັນຂະຫຍາຍບັນດາເນ້ືອໃນໃນຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງນາຍົກລັດຖະມົນຕີ ສອງທ່ານ. 

ຕອບກັບ

ຂ່າວ/ບົດ​ອື່ນ