ການຢ້ຽມຢາມ ຫວຽດນາມ ຂອງ ນາຍົກລັດຖະມົນຕີ ອົດສະຕາລີ ສ້າງກຳລັງໜູນເພື່ອເປີດກ້ວາງການພົວພັນສອງຝ່າຍ

(VOVWORLD) - ຕາມທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄ້ວານະໂຍບາຍ ອົດສະຕາລີ - ຫວຽດນາມ ແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanses ບັນລຸຜົນສຳເລັດຢ່າງຈົບງາມ
ການຢ້ຽມຢາມ ຫວຽດນາມ ຂອງ ນາຍົກລັດຖະມົນຕີ ອົດສະຕາລີ ສ້າງກຳລັງໜູນເພື່ອເປີດກ້ວາງການພົວພັນສອງຝ່າຍ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanses
(ພາບ:Trọng Phú/VOV)

ວັນທີ 5 ມິຖຸນາ, ຫ້ອງວ່າການຂອງທ່ານ Anthony Albanses, ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ອອກແຈ້ງການໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Anthony Albanses ໄດ້ສິ້ນສຸດການຢ້ຽມຢາມເປັນເທື່ອທຳອິດຢູ່ ຫວຽດນາມ - ເຊິ່ງເປັນຄູ່ຮ່ວມມືຍຸດທະສາດ, ເສດຖະກິດ ແລະ ເພື່ອນມິດຍາວນານຂອງ ອົດສະຕາລີ. ແຈ້ງການໄດ້ເນັ້ນໜັກວ່າ, ປີ 2023 ເປັນຂີດໝາຍ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ອົດສະຕາລີ - ຫວຽດນາມ. ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດພວມໄດ້ເປີດກ້ວາງຫຼາຍພໍສົມຄວນ, ດ້ວຍບັນດາວຽກງານພວມໄດ້ປະຕິບັດເພື່ອຍົກລະດັບການພົວພັນ ອົດສະຕາລີ - ຫວຽດນາມ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ຕາມທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄ້ວານະໂຍບາຍ ອົດສະຕາລີ - ຫວຽດນາມ ແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanses ບັນລຸຜົນສຳເລັດຢ່າງຈົບງາມ ນັບທັງໃນແງ່ມູມເຮັດໃຫ້ການພົວພັນລະຫວ່າງສອງປະເທດຄື: ການສຶກສາ, ການຄ້າ ແລະ ການປ້ອງກັນຄວາມສະຫງົບພົ້ນເດັ່ນຂຶ້ນກ່ວາອີກ, ກໍຄືການຮ່ວມມືບັນດາຂົງເຂດຄືພະລັງງານສະອາດ ແລະ ແຮງງານມີສີມືດີ. ເລື່ອງສອງປະເທດ ໃຫ້ຄຳໝັ້ນສັນຍາຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກໍ່ແມ່ນສັນຍານໜຶ່ງສະແດງໃຫ້ເຫັນແຈ້ງການພົວພັນລະຫວ່າງ ອົດສະຕາລີ - ຫວຽດນາມ ພວມນັບມື້ນັບພັດທະນາຢ່າງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ