ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຈະຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສອງ​ຝ່າຍ​ໃຫ້​ນັບມື້​ນັບ​ເລິກ​ເຊິ່ງ​ກ່​ວາ​ເກົ່າ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ນັບແຕ່ເວລາທ່ານດຳລົງຕຳແໜ່ງ (ເດືອນທັນວາ 2022) 
ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຈະຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສອງ​ຝ່າຍ​ໃຫ້​ນັບມື້​ນັບ​ເລິກ​ເຊິ່ງ​ກ່​ວາ​ເກົ່າ - ảnh 1ທ່ານລັດຖະມົນຕີກະຊວງ ເຕັກໂນໂລຢີ ແລະ ການສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ລາວໃນລະຫວ່າງວັນທີ 6 – 7 ມັງກອນ.

ໂດຍຕີລາຄາກ່ຽວກັບການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງ ເຕັກໂນໂລຢີ ແລະ ການສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ນັບແຕ່ເວລາທ່ານດຳລົງຕຳແໜ່ງ (ເດືອນທັນວາ 2022) ແລະ ເລື່ອງທ່ານເລືອກເອົາ ຫວຽດນາມ ເປັນປະເທດທຳອິດໄປຢ້ຽມຢາມທາງການ ແມ່ນພະຍານຫຼັກຖານຢ່າງຈະແຈ້ງ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ທີ່ນັບມື້ນັບເລິກເຊິ່ງ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ ໃນອະນາຄົດ ສິ່ງສຳຄັນເຊິ່ງສອງປະເທດຕ້ອງປະຕິບັດນັ້ນແມ່ນ ສືບຕໍ່ສຶກສາແນວຄິດດ້ານການເມືອງໃຫ້ແກ່ຄົນລຸ້ນໜຸ່ມ ເພື່ອໃຫ້ເຂົາເຈົ້າ ມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ